![ຫວຽດນາມເຂົ້າຮ່ວມງານຕະຫລາດນັດການຄ້າKampongSpeu2015 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_03_12/1_copy_copy.jpg)
ພາບ:TTXVN
|
(vovworld)- ງານຕະຫລາດນັດການຄ້າ Kampong Speu ປີ 2015 ຖືກໄຂຂຶ້ນໃນວັນທີ 11/3 ຢູ່ເທດສະບານ Kampong Speu ແຂວງ Kampong Speu ປະເທດກຳປູເຈຍ. ກ່າວຄຳເຫັນໄຂງານຕະຫລາດນັດ, ທ່ານ Sun Chanthol, ລັດຖະມົນຕີວ່າການກະຊວງການຄ້າ ກຳປູເຈຍ ໄດ້ຕີລາຄາສູງເລື່ອງບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ, ສ້າງກາລະໂອກາດສົ່ງເສີມ, ຊອກຮູ້ເພື່ອເພີ່ມທະວີການຮ່ວມມືລົງທຶນລະຫວ່າງບັນດາວິສາຫະກິດ ກຳປູເຈຍ ກັບບັນດາວິສາຫະກິດ ຫວີງລອງຂອງຫວຽດນາມ. ການເຂົ້າຮ່ວມຂອງບັນດາວິສາຫະກິດ ຫວີງລອງ ຢູ່ ງານຕະຫລາດນັດຄັ້ງນີ້ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມຂອງອຳນາດການປົກຄອງສອງແຂວງ ໃນການປັບປຸງສາຍພົວພັນຮ່ວມມືມິດຕະພາບຄວາມສາມັກຄີທີ່ເປັນມູນເຊື້ອ ເພື່ອການພັດທະນາລວມລະຫວ່າງສອງແຂວງເວົ້າສະເພາະ ແລະ ລະຫວ່າງກຳປູເຈຍ ແລະ ຫວຽດນາມ ເວົ້າລວມ.
ງານຕະຫລາດນັດການຄ້າ Kampong Speu ດຳເນີນໄປໃນໄລຍະ 3 ວັນ. ມີຮ້ານວາງສະແດງສິນຄ້າ 80 ຮ້ານ ຂອງບັນດາວິສາຫະກິດ ກຳປູເຈຍ ແລະ ຫວຽດນາມ ຈະແນະນຳຜະລິດຕະພັນກະເສດ, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ສອຍ, ບໍລິການກະສິກຳ ແລະ ການເງິນ, ທະນາຄານ.