ຫວຽດນາມເຂົ້າຮ່ວມງານບຸນວັດທະນະທຳສາກົນ Sakia ຢູ່ກາຍໂຣ

(VOVWORLD) -ວັນທີ 21 ກຸມພາ, ງານບຸນວັດທະນະທຳສາກົນ Sakia ຄັ້ງທີ 15 ຖືກໄຂຂຶ້ນຢູ່ສູນວັດທະນະທຳ El Sawy Culturewheel ຢູ່ນະຄອນຫຼວງກາຍໂຣ ປະເທດອີຢິບ, ດ້ວຍການເຂົ້າຮ່ວມຂອງກວ່າ 20 ປະເທດທີ່ຕາງໜ້າໃຫ້ບັນດາທະວີບ, ໃນນັ້ນມີຫວຽດນາມ.
ຫວຽດນາມເຂົ້າຮ່ວມງານບຸນວັດທະນະທຳສາກົນ Sakia ຢູ່ກາຍໂຣ - ảnh 1 (ຫວຽດນາມເຂົ້າຮ່ວມງານບຸນວັດທະນະທຳສາກົນ Sakia ຢູ່ກາຍໂຣ)

ງານບຸນປີນີ້ໄດ້ດຶງດູດຜູ້ຢ້ຽມຊົມທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ ທີ່ເພື່ອຊອກຮູ້ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ. ໂດຍໄດ້ເຂົ້າຮ່ວມເຫດການວັດທະນະທຳສາກົນນີ້, ຫວຽດນາມ ໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງຕໍ່ເພື່ອນມິດສາກົນ, ໂດຍສະເພາະແມ່ນລຸ້ນໜຸ່ມ. ໃນຮ້ານວາງສະແດງ, ສະຖານທູດຫວຽດນາມ ໄດ້ແນະນຳເອກະສານ, ໜັງສືພິມ, ພາບຖ່າຍ ຫຼາຍສະບັບກ່ຽວກັບວັດທະນະທຳ, ປະຫວັດສາດ, ປະເທດຊາດ ແລະ ຊາວຫວຽດນາມ, ພິເສດແມ່ນຜົນງານໃນການພັດທະນາທີ່ພົ້ນເດັ່ນຂອງຫວຽດນາມ.

        ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ໂດ້ຮ່ວາງລອງ ໃຫ້ຮູ້ວ່າ, ດ້ວຍຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນພື້ນຖານວັດທະນະທຳລວມຂອງປະຊາຄົມສາກົນຢູ່ອີຢິບ ແລະ ຫວັງວ່າ, ຜ່ານເຫດການນີ້, ປະຊາຄົມສາກົນຢູ່ອີຢິບ ຈະຮູ້ໄດ້ຫຼາຍກວ່າກ່ຽວກັບວັດທະນະທຳຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ