ຫວຽດນາມເພີ່ມທະວີການຊ່ວຍເຫຼືອລາວໃນຂົງເຂດກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ

ຫວຽດນາມເພີ່ມທະວີການຊ່ວຍເຫຼືອລາວໃນຂົງເຂດກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ - ảnh 1
ພິທີ​ມອບ​ຮັບ​ກິດຈະກຳ​ໂຮງຮຽນ​ການ​ເມືອງ - ການ​ປົກຄອງ ​ແຂວງ
​ຫົວພັນ

(vovworld) - ຕອນ​ບ່າຍ​ວັນ​ທີ 5/6, ຢູ່​ເມືອງ​ວຽງ​ໄຊ, ​ແຂວງ​ຫົວພັນ, ​ໄດ້​ດຳ​ເນີນ​ພິທີ​ມອບ​ຮັບ​ກິດຈະກຳ​ໂຮງຮຽນ​ການ​ເມືອງ - ການ​ປົກຄອງ ​ແຂວງ​ຫົວພັນ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ຂອງຂວັນ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ແທງ​ຮ໋ວາ ທີ່​ມອບ​ໃຫ້​ແຂວງ​ຫົວພັນ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ ຈິ້ງ​ວັນ​ຈ໋ຽນ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ແທງ​ຮ໋ວາ ຢືນຢັນ​ວ່າ, ​ເລື່ອງ​ນຳ ໂຮງຮຽນ​ການ​ເມືອງ - ການ​ປົກຄອງ ​ແຂວງ​ຫົວພັນ​ເຂົ້າ​ເຄື່ອນ​ໄຫວ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ປະກອບສ່ວນ​ກໍ່ສ້າງ, ບຳລຸງ, ຍົກ​ສູງ​ລະດັບ​ທິດ​ສະ​ດີກາ​ນ​ເມືອງ, ວິຊາ​ການ​ໃຫ້​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ​ການ​ນຳ​ຂັ້ນ​ທ້ອງ​ຖີ່​ນຂອງ​ແຂວງ​ຫົວພັນ.

ກິດຈະກຳ ໂຮງຮຽນ​ການ​ເມືອງ - ການ​ປົກຄອງ ​ແຂວງ​ຫົວພັນ ລວມມີ​ຫໍ​ປະຊຸມ, ຫ້ອງ​ຮຽນ, ຫໍສະໝຸດ, ຫໍ​ພັກ… ພິ​ເສດ​ໃນ​ບໍລິ​ເວນ ໂຮງຮຽນ​ການ​ເມືອງ - ການ​ປົກຄອງ ​ແຂວງ​ຫົວພັນ ຍັງ​ມີ​ອານຸສາ​ວະລີ ປະທານ​ໄກສອນ​ ພົມວິຫານທີ່​​ໄດ້ຫຼໍ່​ດ້ວຍ​ທອງ ​ສູງ 7 ​ແມັດອີກ.


ຂ່າວ/ບົດ​ອື່ນ