ຫວຽດນາມແມ່ນຄູ່ຄ້າທີ່ສຳຄັນຂອງອັກຊັງຕິນ


ຫວຽດນາມແມ່ນຄູ່ຄ້າທີ່ສຳຄັນຂອງອັກຊັງຕິນ - ảnh 1


(vovworld)- ເວັບ​ໄຊ Acercando Naciones ຂອງ​ອັກ​ຊັງ​ຕິນ ເມື່ອບໍ່​ດົນ​ມານີ້ ໄດ້​ລົງ​ສະ​ເໜີ​ບົດ​ຂອງ​ນັກ​ຂ່າວ Sevares ຊຶ່ງ​ໄດ້​ຕີ​ລາ​ຄາ​ສູງ​ຜົນ​ງານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ກໍ​ຄື​ບັນ​ດາ​ໂອ​ກາດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ. ໃນ​ບົດ​ຂຽນ, ນັກ​ຂ່າວ Sevares ເນັ້ນ​ໜັກ​ວ່າ ຊຸມ​ປີມໍ່​ໆມາ​ນີ້, ຫວຽດ​ນາມ​ໄດ້​ບັນ​ລຸ​ການເຕີບ​ໂຕ​ເສດ​ຖະ​ກິດລະ​ດັບ​ປານ​ກາງ 6,5% ຕະຫຼອດ​ມາ, ຊຶ່ງ​ແມ່ນ​ລະ​ດັບ​ສູງ​ໃນ​ໂລກ, ລານ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ຮອບ 16 ປີ​ຜ່ານ​ມາ ໄດ້​ເພີ່ມ​ຂຶ້ນ​ທົບ 5 ເທົ່າ. ນັກ​ຂ່າວ Sevares ເນັ້ນ​ໜັກ​ວ່າ ບັນ​ດາ​ຜົນ​ງານ​ທີ່​ຫວຽດ​ນາມ​ຍາດ​ມາ​ໄດ້​ນັ້ນ ແມ່ນ​ຍ້ອນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ຕ່າງໆ: ພາ​ສີ, ສ່ວນ​ສາ​ອາ​ກອນ, ອັນ​ໄດ້​ສ່ົງ​ເສີມ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ. ນັກ​ຂ່າວ Sevares ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ​ແມ່ນ​ຄູ່​ຄ້າ​ທີ່​ສຳ​ຄັນ​ຂອງ​ອັກ​ຊັງ​ຕິນ .
ຂ່າວ/ບົດ​ອື່ນ