ຫວຽດນາມແມ່ນສະຖານດູດດື່ມສຳລັບຫຼາຍໆວິສາຫະກິດ ຝຣັ່ງ

(VOVWORLD) -ຫວຽດນາມກຳລັງມີລະດັບການເຕີບໂຕເສດຖະກິດທີ່ໜ້າປະທັບໃຈ ແລະ ເປັນສະຖານທີ່ມາລົງທຶນ, ດຳເນີນທຸລະກິດທີ່ດີ ສຳລັບຫຼາຍໆ ວິສາຫະກິດ ຝຣັ່ງ.

ຫວຽດນາມແມ່ນສະຖານດູດດື່ມສຳລັບຫຼາຍໆວິສາຫະກິດ ຝຣັ່ງ - ảnh 1 ນະຄອນໂຮ່ຈິມິນ

(ພາບປະກອບ: TTXVN)

ນີ້ແມ່ນຄຳຢືນຢັນຂອງບັນດາຜູ້ແທນ ຢູ່ເວທີປາໄສວິສາຫະກິດ ຝຣັ່ງ - ຫວຽດ ຈັດໂດຍ ຫ້ອງການການຄ້າ ແລະ ອຸດສາຫະກຳ ຝຣັ່ງ ປະຈຳຫວຽດນາມ (CCIFV) ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ, ໃນວັນທີ 4 ພະຈິກ.

ທ່ານ Henri – Charles Claude, ປະທານ (CCIFV) ທັງເປັນຜູ້ອຳນວຍການ Aden ຫວຽດນາມ, ຖືວ່າ ຊຸມປີຜ່ານມາ ເສດຖະກິດ ຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງເປັນໜ້າອັດສະຈັນ ແລະ ລະດັບການເຕີບໂຕນີ້ຍັງຄົງສືບຕໍ່ໃນຊຸມປີຕໍ່ໜ້າ. ນີ້ແມ່ນໂອກາດທີ່ດີໃຫ້ແກ່ບັນດາ ວິສາຫະກິດ, ນັກລົງທຶນຕ່າງປະເທດ ໃນນັ້ນມີ ຝຣັ່ງ ມາລົງທຶນ, ດຳເນີນທຸລະກິດ.

ຕາມທ່ານ Henri – Charles Claude ແລ້ວ, ໄລຍະຜ່ານມາ ຫວຽດນາມ - ຝຮັ່ງ ມີໝາກຜົນການຮ່ວມມືເສດຖະກິດທີ່ຕັ້ງໜ້າ ແຕ່ຍັງບໍ່ທັນຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ແຕ່ລະຝ່າຍມີໄດ້ໝົດ. ປັດຈຸບັນ ຫວຽດນາມ ມີທ່າແຮງຫຼາຍຢ່າງ ເພື່ອດຶງດູດຄວາມສົນໃຈຂອງບັນດານັກລົງທຶນຕ່າງປະເທດ ຍ້ອນເງື່ອນໄຂໃນການດຳເນີນທຸລະກິດໄດ້ຮັບການປັບປຸງຕາມທິດສ້າງຄວາມສະດວກ, ເປີດປະຕູໃຫ້ວິສາຫະກິດຕ່າງປະເທດ ໃນຫຼາຍຂະແໜງອາຊີບ. ຍ້ອນເຫດນັ້ນ, ຫວຽດນາມ - ຝຣັ່ງ ກຳລັງຢືນຢູ່ຕໍ່ໜ້າກາລະໂອກາດຍູ້ແຮງການຮ່ວມມືໃນຫຼາຍຂົງເຂດຄື ພື້ນຖານໂຄງລ່າງ, ເຕັກໂນໂລຊີ ດິຈິຕ້ອນ, ສາທາລະນະສຸກ, ການສຶກສາ…

ຕອບກັບ

ຂ່າວ/ບົດ​ອື່ນ