ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືໃນຂົງເຂດກວດສອບບັນຊີ

(VOVWORLD) -ວັນທີ 24 ກໍລະກົດ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະກຳມະການກວດສອບບັນຊີແຫ່ງລັດຍີ່ປຸ່ນ, ໂດຍທ່ານ Teruhiko Kawato, ປະທານຄະນະກຳມະການກວດສອບບັນຊີດັ່ງກ່າວເປັນຫົວໜ້າຄະນະ.
ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືໃນຂົງເຂດກວດສອບບັນຊີ - ảnh 1 (ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ຕ້ອນຮັບທ່ານ Teruhiko Kawato)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກ໋ວກຫຽນ ຕີລາຄາສູງການຮ່ວມມືລະຫວ່າງອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ຄະນະກຳມະການກວດສອບບັນຊີແຫ່ງລັດຍີ່ປຸ່ນ ໃນໄລຍະຜ່ານມາ; ພ້ອມທັງສະເໜີໃນໄລຍະຈະມາເຖິງ, ອົງການກວດສອບບັນຊີຂອງ 2 ປະເທດ ຈະສົມທົບກັນ ແລະ ຍູ້ແຮງການກວດສອບບັນຊີບັນດາໂຄງການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ຢ່າງແໜ້ນແຟ້ນ… ພິເສດ, ທ່ານຮອງປະທານສະພາແຫ່ງຊາດປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນອັນໃຫຍ່ຫຼວງຈາກອົງການກວດສອບບັນຊີແຫ່ງລັດຍີ່ປຸ່ນ ສຳລັບອົງການກວດສອບບັນຊີແຫ່ງລັດຫວຽດນາມ ເພື່ອໃຫ້ອົງການກວດສອບບັນຊີແຫ່ງລັດຫວຽດນາມ ມີເງື່ອນໄຂເຂົ້າຮ່ວມບັນດາການເຄື່ອນໄຫວບຳລຸງສ້າງຂອງອົງການກວດສອບບັນຊີແຫ່ງລັດຍີ່ປຸ່ນ ກໍຄືອົງການບັນດາສຳນັກງານກວດສອບບັນຊີແຫ່ງລັດສູງສຸດອາຊີ (ASOSAI), ພ້ອມທັງຮັບຜິດຊອບບົດບາດເປັນສະມາຊິກຄະນະບໍລິຫານງານ ASOSAI ໄລຍະ 2015 – 2024 ແລະ ເປັນປະທານ ASOSAI 2018 – 2021 ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ