ຫວຽດນາມແລະລັດເຊຍມີສາຍພົວພັນທີ່ເປັນມູນເຊື້ອພິເສດ,ການຮ່ວມມືແລະມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ

ຫວຽດນາມແລະລັດເຊຍມີສາຍພົວພັນທີ່ເປັນມູນເຊື້ອພິເສດ,ການຮ່ວມມືແລະມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ - ảnh 1
ຫວຽດ​ນາມ ແລະ ລັດ​ເຊຍ ມີ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ,
ການ​ຮ່ວມ​ມື ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ
(ພາບ: Vietnam+)

(vovworld) - ​ ​​​ ກ່ອນ​ທີ່ການ​​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີ​ມ​ສະ​ຫຼອງ 20 ປີ​​ແຫ່ງການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ລັດ​ເຊຍ - ອາ​ຊຽນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃນ​ລະ​ຫວ່າງວັນ​ທີ 16 – 20/05, ວົງ​ການ​ນັກ​ຊ່ຽວ​ຊານ​ລັດ​ເຊຍ​ໄ​ດ້​ຕີ​ລາ​ຄາ​ວ່າ, ຫວຽດ​ນາມ ແລະ ລັດ​ເຊຍ ມີ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ, ການ​ຮ່ວມ​ມື ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ. ທ່ານ Dmitry Mosyakov, ຜູ​້​ອຳ​ນວຍ​ການ​ສູນ​ຄົ້ນ​ຄວ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ອົດ​ສະ​ຕາ​ລີ ແລະ ທະ​ວີບ​​ໂອ​ເຊ​ອານ​ີ, ສັງ​ກັດ​ສະ​ຖາ​ບັນຕາ​ເວັ​ນ​ອອກວິ​ທະ​ຍາ ໃຫ​້​ຮູ້​ວ່າ, ຫວຽດ​ນາມ ແມ່ນ​ພາ​ກ​ສ່ວນ​ຫຼັກ​ແຫຼ່ງ​ໃນ​ຍຸດ​ທະ​ສາດ​ຂອງ​ລັດ​ເຊຍ​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ແມ່ນ​ພາ​ກ​ສ່ວນ​ໜຶ່ງ​ສຳ​ຄັນ​ໃນ​ຍຸ​ດ​ທະ​ສາດ​ຂອງ​ລັດ​ເຊຍ​ຢູ່​ອາ​ຊີ ເວົ້າ​ລວມ.

        ສ່ວນ​ທ່ານ​ນາງ Astafieva Ekaterina Mikhailovna, ເລ​ຂາ​ນຸ​ການວິ​ທະ​ຍາ​ສາດ, ​ສູນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອົດ​ສະ​ຕາ​ລີ ແລະ ທະ​ວີບ​ໂອ​ເຊ​ອານ​ີ, ສັງ​ກັດ​ສະ​ພາ​ມະ​ຫາ​ບັນ​ດິດວິ​ທະ​ຍາ​ສາດ​ສະ​ຫະ​ພັນ​ລັດ​ເຊຍ ຊີ້​ແຈ້ງ​ວ່າ, ຫວຽດ​ນາມ ແມ່ນ​ເພື່ອນ​ມິດ​ໃຫ​ຍ່, ເປັນ​ບ່ອນ​ອີ່ງ​ຂອງ​ລັດ​ເຊຍ ຢ່າງ​ແທ​້​ຈິງ, ບໍ່​ພຽງ​ແຕ່​ຢູ່​ອາ​ຊຽນ ເທົ່າ​ນັ້ນ, ຫາກ​ທັງ​ຢູ່​ເຂດ​ອາ​ຊີຕາ​ເວັນ​ອອກ​ອີ​ກ​ດ້ວຍ. ນັກ​ຄົ້ນ​ຄວ້າ​ແຖວ​ໜ້າ​ຂອງສະ​ຖ​າ​ບັນ​ຕາ​ເວັນ​ອອກ​ໄກ, ສະ​ພາ​ມະ​ຫາ​ບັນ​ດິດວິ​ທະ​ຍາ​ສາດ​ສະ​ຫະ​ພັນ​ລັດ​ເຊຍ Griory Lokshin ຢືນ​ຢັນ​ວ່າ, ຍາ​ມ​ໃດ​ລັດ​ເຊຍ ກໍ​ຖື​ຫວຽດ​ນາມ ແມ່ນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ສຳ​ຄັນ​ເພື່ອ​ໃຫ​້​ມົດ​ສະ​ກູ ເຊື່ອມ​ໂຍງ​ເຂົ້າ​​ກັບເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ