ຫວຽດນາມແລະອີຕາລີເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງມະຫາວິທະຍາໄລ

ຫວຽດນາມແລະອີຕາລີເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງມະຫາວິທະຍາໄລ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫ​ງວຽນ​ຮ່ວາງ​ລອງ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Anh Ngọc)


(vovworld) - ວັນ​ທີ 9/4, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ກະຊວງ​ການ​ຕ່າງປະ​ເທດອີ​ຕາ​ລີ, ກະຊວງ​ສຶກສາ ​ແລະ ຄົ້ນ​ຄ້ວາ​ອີ​ຕາ​ລີ ​ແລະ ສະຖານທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ, ກອງ​ປະຊຸມ​ບັນດາ​ມະຫາວິທະຍາ​ໄລ ຫວຽດນາມ-​ອີ​ຕາ​ລີ ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນຫຼວງ​ໂຣມ. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ ​ແລະ ຜູ້ຕາງໜ້າ​ກ່ວາ 30 ມະຫາວິທະຍາ​ໄລ​ທີ່​ມາ​ຈາກ 2 ປະ​ເທດ, ​ໃນ​ນັ້ນ​ມີ ມະຫາວິທະຍາ​ໄລ​ຂອງ​ອີ​ຕາ​ລີ ກ່ວາ 20​ ​ແຫ່ງ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ ຫ​ງວຽນ​ຮ່ວາງ​ລອງ ​ເນັ້ນ​ໜັກ​​ວ່າ: ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ສຶກສາ, ຂົງ​ເຂດ​ການ​ຮ່ວມ​ມືບຸລິມະສິດ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-​ອີ​ຕາ​ລີ. ​ໃນ​ຊຸມ​ປີຜ່ານມາ, 2 ປະ​ເທດ​ໄດ້​ມານະ​ພະຍາຍາມ ​ແລະ ສຸມ​ໃສ່​ບັນດາ​ແຫຼ່ງກຳລັງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ສຶກສາ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ນັກ​ສຶກສາ ຫວຽດນາມ ມາ​ຮຳ່ຮຽນ ​ແລະ ຄົ້ນ​ຄ້ວາ​ຢູ່ ອີ​ຕາ​ລີ.

        ສ່ວນ​ຜູ້ຕາງ​ໜ້າ​ລັດຖະບານ​ອີ​ຕາ​ລີ ຢືນຢັນ​ວ່າ: ອີ​ຕາ​ລີ ຈະ​ມີ​ນະ​ໂຍບາຍ​ສະດວກ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ນັກ​ສຶກສາ ​ຫວຽດນາມ ກ່ຽວ​ກັບ​ຄ່າ​ຮຽນ, ບ່ອນກິນຢູ່​ ແລະ ລະບຽບ​ການ​ບໍລິຫານ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ​ມະຫາວິທະຍາ​ໄລ​ກັບ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ກະຊວງ​ສຶກສາ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ ອີ​ຕາ​ລີ.


ຂ່າວ/ບົດ​ອື່ນ