ຫວຽດນາມແລະອາເມລິກາຈະຈັດ​ຕັ້ງສະເຫຼີມສະຫຼອງ20ປີແຫ່ງວັນຫັນການພົວພັນເປັນປົກກະຕິໃນປີ2015

ຫວຽດນາມແລະອາເມລິກາຈະຈັດ​ຕັ້ງສະເຫຼີມສະຫຼອງ20ປີແຫ່ງວັນຫັນການພົວພັນເປັນປົກກະຕິໃນປີ2015 - ảnh 1
(​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ອາ​ເມ​ລິ​ກາ ຟ້າ​ມກວາງ​ວິ​ງ)

(vovworld) – ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຈະ​ຈັ​ດ​ຕັ້ງສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຫັນ​ການ​ພົວພັນ​ເປັນ​ປົກກະຕິ​ໃນ​ປີ 2015​ ດ້ວຍ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫຼາຍ​ຢ່າງ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ອາ​ເມ​ລິ​ກາ ຟ້າ​ມກວາງ​ວິ​ງ, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຫັນ​ການ​ພົບ​ພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ​ແລ້ວ, ຜ່ານ​ໄລຍະ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ມາ​ຮອດ​ປະຈຸ​ບັນ, 2 ປະ​ເທດ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກຫຼາຍ​ຢ່າງ ​ແລະ ​ໄດ້​ຟື້ນ​ຟູ​ເພື່ອ​ບັນດາ​ລຸ​ໄດ້​ຂອບ​ເຂດ​ການ​ພົວພັນ​ຄູູ່ຮ່ວມມືຮອບດ້ານ​ໃນ​ປີ 2013. ນີ້​ແມ່ນ​ການ​ກຳນົດ​ທິດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃນ​ຫຼາ​ຍ​ທົດ​ສະຫວັດ​ຈະ​ມາ​ເຖິງ. ສະ​ນັ້ນ, ວຽກ​ງານ​ທຳ​ອິດ ​ແລະ ສຳຄັນ​ທີ່​ສຸດ​ໃນ​ປີ 2015 ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ສືບ​ຕໍ່​ພັດທະນາ​ຖືກ​ຕາມ​ທິດ​ກຳນົດ​ບົນ​ຂອບ​ເຂດ​ດັ່ງກ່າວ. ທ່ານ​ເອອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ​ໃຫ້​ຮູ້​ວ່າ.

        “ຈະ​ມີ​ບັນດາ​ລາຍການ​ສະ​ເຫຼີ​ມສະຫຼອງ 20 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ, ​ເຊິ່ງຂ້າ​ພະ​ເຈົ້າ​​ໄດ້​ຖື​ວ່າ ຕ້ອງ​ລວມມີ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບ​ຖື ​ແລະ ຊຸກຍູ້​​ການ​ພົວພັນ​ຜ່ານບັນດາ​ສັນຍາ ​ແລະ ຂໍ້​ຕົກລົງ​ເຊິ່ງອາດ​ຈະ​ໄດ້​ລົງ​ນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ຕ່າງໆ​ນັ້ນ. ນະຄອນຫຼວງ​ຂອງ 2 ປະ​ເທດ ຈະ​ຈັດ​ຕັ້ງ​​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ. ສະຖານທູດ 2 ປະ​ເທດ​ກໍ່​ຈະ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ໃນ​ເດືອນ 07, ​ເຊິ່ງ​ແມ່ນ​ຈຸດ​ເວລາ​ທີ່ 2 ປະ​ເທດ​ຫັນ​ການ​ພົວພັນ​ເປັນ​ປົກກະຕິ​ເມື່ອ​ປີ 1995”.

ຂ່າວ/ບົດ​ອື່ນ