ຫວຽດນາມແລະອາເມລິກາເພີ່ມທະວີການເຈລະຈາເພື່ອຜົນປະໂຫຍດຂອງ2ປະເທດ

ຫວຽດນາມແລະອາເມລິກາເພີ່ມທະວີການເຈລະຈາເພື່ອຜົນປະໂຫຍດຂອງ2ປະເທດ - ảnh 1
ຫວຽດນາມ​ ແລະ​ ອາ​ເມ​ລິ​ກາ​
ເພີ່ມ​ທະວີ​ການ​ເຈລະຈາ​ເພື່ອ​ຜົນ​ປະ​ໂຫຍດຂອງ2​ປະ​ເທດ
(ພາບ: TTXVN)

(vovworld) – ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​​ໄຫວ​ຂອງຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເຂົ້າ​ຮ່ວມ​​ກອງ​ປະຊຸມ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 70. ​​ວັນ​ທີ 28/09, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ຊ່ວຍວ່າການຜູ້​ທີ່​ໜຶ່ງ ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Antony Blinken. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ​​້າມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຕ້ອງສືບ​ຕໍ່​ເພີ່ມ​ທະວີ​ການ​​ແລກປ່ຽນ ​ແລະ ​ເຈລະຈາ​​ໃນທຸກຂັ້ນ ​ເພື່ອ​ແນ​ໃສ່ຊຸກຍູ້​ບັນດາ​ການ​ຮ່ວມ​ມື​ເຊິ່ງທັງ 2 ຝ່າຍ​ຕ່າງ​​ມີ​ຄວາມ​ສົນ​ໃຈ ຢູ່​ທັງ 3 ລະດັບ 2 ຝ່າຍ, ພາກ​ພື້ນ ​ແລະ ​ທົ່ວ​​ໂລກ… ທ່ານ Antony Blinken, ຖື​ວ່າ 2 ຝ່າຍ​ຕ​້ອງສວຍ​ໃຊ້​ທ່າ​ພົວພັນ​ອັນ​ຕັ້ງໜ້າ, ​ສືບຕໍ່​​ເສີມຂະຫຍາຍ​ການ​ເຈລະ​ຈາ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແທ​ດຈິງ, ພິ​ເສດ​ແມ່ນ​ສິ້ນ​ສຸດ​ການ​ເຈລະຈາ TPP ​ໂດຍ​ໄວ, ຊຸກຍູ້​ການ​ພົວພັນ​ດ້ານ​ການຄ​້າ, ການ​ລົງທຶນ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ... 2 ຝ່າຍ​ກໍ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຢູ່​ພາກ​ພື້ນ ​ແລະ ສາກົນ, ​ໃນ​ນັ້ນ​ມີ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເຫັນ​ດີ​ໂດຍ​ຖື​ວ່າ, ບັນດາ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​​ໂດ​ຍສັນຕິ​ວິທີ ​ແລະ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ ປີ 1982.

ຂ່າວ/ບົດ​ອື່ນ