ຫວຽດນາມແລະເມັກຊີໂກຊຸກຍູ້ການຮ່ວມມືກ່ຽວກັບດ້ານວັດທະນະທຳແລະການທ່ອງທ່ຽວ

ຫວຽດນາມແລະເມັກຊີໂກຊຸກຍູ້ການຮ່ວມມືກ່ຽວກັບດ້ານວັດທະນະທຳແລະການທ່ອງທ່ຽວ - ảnh 1
ພິທີເຊັນຂໍ້ຕົກລົງຮ່ວມມືວັດທະນະທຳຫວຽດນາມ-ເມັກ​ຊີ​ໂກ
(ພາບ:viethoa/vietnam+)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 13 – 15/8, ຢູ່​ປະ​ເທດ ​ເມັກ​ຊີ​ໂກ, ທ່ານ ຮ່ວາງ​ຕ໋ວນແອ​ງ ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ທ່ອງ​ທ່ຽວ, ສະພາ​ວັດທະນະທຳ ​ແລະ ສິລະ​ປະ​ແຫ່ງ​ຊາດ ​ເມັກ​ຊີ​ໂກ ​ແລະ ກະຊວງ​ການ​ຕ່າງປະ​ເທດ ປະ​ເທດ​ເຈົ້າພາບ ​ເພື່ອ​ແນ​ໃສ່​​ຊຸກຍູ້ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ວັດທະນະ​ທຳ ​ແລະ ການທ່ອງທ່ຽວ. ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Carlos Joaquin Gonzalez, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ທ່ອງ​ທ່ຽວ ​ເມັກ​ຊີ​ໂກ, ທ່ານ​ລັດຖະມົນຕີ ຮ່ວາງ​ຕ໋ວນ​ແອ​ງ ສະ​ເໜີ 2 ຝ່າຍ​ພ້ອມ​ກັນ​ຮຽບຮຽງ​ສັນຍາ​ຮ່ວມ​ມື​ໃຫ້​ໄລຍະ 2015 – 2020 ​ແລະ ສະ​ເໜີ ເມັກ​ຊີ​ໂກ ສະໜອງ​ທຶນ​ສຶກສາ ​ເພື່ອ​ບຳລຸງ​ສ້າງ​ພາສາ ສະ​ເປ​ັນ.

           ​ແລະທີ່ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ ຮ່ວາງ​ຕ໋ວນ​ແອ​ງ, ທ່ານ Jose Antonio Meade Kuribrena ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ເມັກ​ຊີ​ໂກ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື 2 ຝ່າຍ​ໃນ​ໄລຍະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ