ຫວຽດນາມແລະໄທເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ

ຫວຽດນາມແລະໄທເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ - ảnh 1
ກອງ​ປະ​ຊຸມ 2 ຝ່າຍ​ຫວຽດ​ນາມ - ໄທ ກ່ຽວ​ກັບ​
ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ຄັ້ງ​ທີ 11
(ພາບ: baomoi.com)

(vovworld) - ​ວັນ​ທີ 24/04, ຢູ່​ນະ​ຄອນ​ດ່ານັ້ງ, ໄດ້​ດຳ​ເນີນກອງ​ປະ​ຊຸມ 2 ຝ່າຍ​ຫວຽດ​ນາມ - ໄທ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ຄັ້ງ​ທີ 11 ໂດຍ​ກົມ​ໃຫຍ່​ຕຳ​ຫຼວດ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ແລະ ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ​ໄທ ສົມ​ທົບ​ກັນ​ຈັດ​ຕັ້ງ. ຫວຽດ​ນາມ ແລະ ໄທ ແມ່ນ 2 ປະ​ເທດນອນ​ໃນ​ພາກ​ພື້ນ​ຖືກ​ຜົນ​ສະ​ທ້ອນ​ໂດຍ​ກົງ ແລະ ຮ້າຍ​ແຮງ​ຂອງໄພຢາ​ເສບ​ຕ​ິດ. ປີ 1988, ລັດ​ຖະ​ບານ​ຫວຽດ​ນາມ ແລະ ໄທ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ແລະ ມາ​ຮອດ​ປະ​ຈຸ​ບັນ​ບັນ​ລຸ​ໄດ້​ຜົນ​ງານ​ຫຼາຍ​ພໍ​ສົ​ມ​ຄວນ. ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະ​ພາບ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ພວມ​ເກີດ​ຂຶ້ນ​ຢ່າງ​ສັບ​ສົນ. ທີ່ກອງ​ປະ​ຊຸມ, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຂອງ 2 ປະ​ເທດ ໄດ້​ສຸມ​ໃສ່​ໄຈ້​ແຍກ, ຍົກ​ອອກ​ມາ​ດ​ຕະ​ການ​ສົມ​ທົບ​ກັນ​ໃນ​ການ​ຕໍ່​ສູ້, ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຍາ​ເສບ​ຕິດ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.



ຕອບກັບ

ຂ່າວ/ບົດ​ອື່ນ