ຫວຽດ​ນາມ-ໄທ ​​ວາງເປົ້າ​ໝາຍວ​ົງ​ເງິນ​ການ​ຄ້າ ບັນ​ລຸ 25 ຕື້ USD

(VOVWORLD) -ປີ 2019, ສອງປະເທດໄດ້ຍົກລະດັບຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ.
ຫວຽດ​ນາມ-ໄທ ​​ວາງເປົ້າ​ໝາຍວ​ົງ​ເງິນ​ການ​ຄ້າ ບັນ​ລຸ 25 ຕື້ USD - ảnh 1

 (ພາບ:VOV5)

  ເມື່ອຕອບສຳພາດນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ-ໄທ, ທ່ານ ນິກອນເດດ ພະລາງກູນ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ເນັ້ນໜັກວ່າ: ໄທ ແລະ ຫວຽດນາມ ແມ່ນສອງປະເທດທຳອິດ ໃນ ອາຊຽນ ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013; ປີ 2019, ສອງປະເທດໄດ້ຍົກລະດັບຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ. ໄທ ແລະ ຫວຽດນາມ ມີພື້ນຖານສຳຄັນ ແລະ ແຂງແຮງ ຈາກລະດັບສຳຄັນທີ່ສຸດແມ່ນປະຊາຊົນ. ປຊຊ ມີຄວາມເຂົ້າໃຈ, ຮັກແພງຊື່ງກັນ ແລະ ກັນ ແລະ ໃກ້ຊິດສະໜິດສະໜົມ ຈາກດ້ານວັດທະນະທຳ ຕະຫຼອດຮອດທີ່ຕັ້ງການເມືອງທີ່ໃກ້ຊິດ, ແບບແຜນການດຳລົງຊີວິດ…..ຈະແມ່ນພື້ນຖານສຳຄັນ ເພື່ອພັດທະນາເຖິງລະດັບການນຳ. ກ່ຽວກັບການຮ່ວມມືດ້ານເສດຖະກິດ ການຄ້າ,  ທ່ານເອກອັກຄະລັດຖະທູດ ນິກອນເດດ ພະລາງກູນ ໃຫ້ຮູ້ວ່າ: ໄທ ສືບຕໍ່ແມ່ນໜຶ່ງໃນຈຳນວນ 10 ນັກລົງທຶນຕ່າງປະເທດແຖວໜ້າຂອງຫວຽດນາມ ແລະ ສອງຝ່າຍພວມພ້ອມກັນສູ້ຊົນມຸ່ງໄປເຖິງ ເປົ້າໝາຍວົງເງິນການຄ້າສອງຝ່າຍ ບັນລຸ 25 ຕື້ USD ໃນປີ 2025.

ສຽງທ່ານເອກອັກຄະລັດຖະທູດ ນິກອນເດດ ພະລາງກູນ

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ