ຫວຽດນາມ - ຈີນ ສືບຕໍ່ຊຸກຍູ້ການພົວພັນ ລະຫວ່າງ 2 ປະເທດ ໃນໄລຍະຈະມາເຖິງ

ຫວຽດນາມ - ຈີນ ສືບຕໍ່ຊຸກຍູ້ການພົວພັນ ລະຫວ່າງ 2 ປະເທດ ໃນໄລຍະຈະມາເຖິງ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ
ໂອ້​ລົມ​ທາງ​ໂທລະສັບກັບທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຈີນ, ປະທານ​ປະ​ເທດ ສປ ຈີນ ສື່​ຈິ້ນ​ຜິ​ງ
(ພາບ: TTXVN)


(vovworld) – ວັນ​ທີ 22/1, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຈີນ, ປະທານ​ປະ​ເທດ ສປ ຈີນ ສື່​ຈິ້ນ​ຜິ​ງ ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ, ​ເນື່ອງ​ໃນ​ໂອກາດ 2 ປະ​ເທດສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ ປະຊາຊົນ 2 ປະ​ເທດ​ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ເມຍ 2014. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ອວຍພອນ​ໃຫ້​ພັກ, ລັດ ​ແລະ ປະຊາຊົນ ຈີນ​ ໄດ້ບັນລຸ​ບັນດາ​ຜົນງານ​ໃນ​ການ​ປະຕິ​ຮູບ, ກາ​ນພັດທະນາ​ເສດຖະກິດ, ການ​ປັບປຸງ, ຍົກ​ສູງ​ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ, ການກໍ່ສ້າງ​ພັກ ​ແລະ ອຳນາດ​ການ​ປົກຄອງສັດຊື່ບໍລິສຸດ​ໃນ​ຊຸມ​ປີ​ຜ່ານ​ມາ, ອວຍພອນ​ໃຫ້​ປະຊາຊົນ ຈີນ ​ເນື່ອງ​ໃນ​​ໂອກາດ​ປີ​ໃໝ່​ປີມະ​ເມຍ ​ແລະ ອວຍພອນ​ໃຫ້​ປະຊາຊົນ ຈີນ ພາຍ​ໃຕ້​ການ​ຊີ້ນຳ, ນຳພາ​ຂອງ​ພັກ​ກອມ​ມູນິດ ຈີນ ສືບຕໍ່ຍາ​ດ​ໄດ້​ບັນດາ​ໄຊຊະນະ​ໃໝ່​ໃນ​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ​ທີ່​ມີສີສັນ ຈີນ.

    ​ໂດຍ​ຕາງໜ້າ​ໃຫ້​ພັກ, ລັດ ​ແລະ ປະຊາຊົນ ຈີນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ​ສື່​ຈີ້​ນຜິ​ງ ອວຍພອນ​ໃຫ້​ປະຊາຊົນ ຫວຽດນາມ ​ເນື່ອງ​ໃນ​ໂອກ​າດປີ​ໃໝ່​ປະຈຳ​ຊາດ, ຢືນຢັນ ພັກ, ລັດ ​ແລະ ປະຊາຊົນ ຈີນ ຖື​ເປັນ​ສຳຄັນ​ກາ​ນພົວພັນ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຫວຽດນາມ, ອວຍພອນ​​ໃຫ້​ບັນດາ​ຜົນງານ​ເຊິ່ງ ປະຊາຊົນ ຫວຽດນາມ ບັນລຸ​ໄດ້​ໃນ​​ປີ​ຜ່ານ​ມາ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ສື່​ຈີ້​ນຜິ​ງ ກໍ່​ໄດ້​ແຈ້ງ​ໃຫ້​ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຮັບ​ຊາບ​ ກ່ຽວ​ກັບ​ບາງ​ເນື້ອ​ໃນ​ສຳຄັນ​ຂອງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 3 ຂ​ອງພັກ​ກອມ​ມູນິດ ຈີນ ທີ່​ຜ່ານ​ມາ.

    ການ​ນຳ 2 ທ່ານ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ຄືບ​ໜ້າ​ໃນ​ການ​ພົວພັນ ຫວຽດນາມ - ຈີນ ​ໃນ​ປີ 2013,  ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ໃຫຍ່​ເພື່ອ​ແນ​ໃສ່​ຮັກສາ ​ແລະ ສືບ​ຕໍ່​ຊຸກຍູ້​ທ່າ​ພັດທະນາ​​ເປັນ​ປົກກະຕິ, ​ແທດ​ຈິງ ​ແລະ ປອດ​​​ໃສ​ຂອງ​ການ​ພົວພັນ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງເຊິ່ງ​ລວມມີ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ, ພົບ​ປະ​ຂັ້ນ​ສູງ, ​ລົງເລິກເຂົ້າໃນການແລກປ່ຽນ​ບົດຮຽນ​ພັດທະນາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ການ​ປະສານ​ການ​ຮ່ວມ​ມື​ຜ່ານ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ, ຊຸກຍູ້ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ຂົງ​ເຂດ ​ແລະ ກົນ​ໄກ​ຮ່ວມ​ມື, ຍູ້​ແຮງ​ການ​​ພົວພັນແລກປ່ຽນປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ, ຢືດໝັ້ນ​ສົມທົບ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ທະ​ເລ​ຕາ​ເວັນ​ອອກ​ຖື​ກກັບ​ບັນດາ​ຄວາມ​ຮັບ​ຮູ້ ​ແລະ ຂໍ້​ຕົກລົງ​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ