ຫວຽດນາມ ຈະຜັນ​ຂະ​ຫ​ຍາຍ​ແຜນ​ຮ່າງຫັນເປັນໂທລະພາບດີຈີຕອນ​ເຖິງ​ປີ 2020

 ຫວຽດນາມ ຈະຜັນ​ຂະ​ຫ​ຍາຍ​ແຜນ​ຮ່າງຫັນເປັນໂທລະພາບດີຈີຕອນ​ເຖິງ​ປີ 2020 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: xaluan.com)

(vovworld) – ກອງ​ປະຊຸມທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ແຜນ​ຮ່າງ ຫັນເປັນໂທລະພາບດີຈີຕອນ​ເຖິງ​ປີ 2020 ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ, ຄະນະ​ຊີ້​ນຳ​ແຜນ​ຮ່າງ​​ຫັນ​ໂທລະພາບ​​ເປັນ​ດີ​ຈີ​ຕອນ ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 26/3 ຢູ່ ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ຊີ້ນ​ຳກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽ​ນທ້ຽນ​ເຍີນ, ຫົວໜ້າຄະນະ​ຊີ້​ນຳ​ດ້ານເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ແຫ່ງ​ຊາດ ສະ​ເໜີ​ວ່າ​ຮອດທ້າຍ​ປີ 2013 ກະຊວງ​ຖະ​ແຫຼງການ ​ແລະ ສື່ສານ​ຕ້ອງ​ຍື່ນ​ສະ​ເໜີ​ຕໍ່ລັດຖະບານ​ແຜນ​ກຳນົດ​ລະບົບ​ໂທລະພາບ​ຂອງ​ທົ່ວ​ປະ​ເທດ​ຮອດ​ປີ 2020. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໃສ່​ໃຈ​ວ່າຄະນະ​ຊີ້​ນຳ​ແຜນ​ຮ່າງ ຫັນ​​ເປັນໂທລະພາບ​​​ດີ​ຈີ​ຕອນ  ​ເອົາ​ໃຈ​ໃສ່ກ່ວາ​ອີກ​ເຖິງ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ພິ​ເສດ​ແມ່ນ​ບັນດາ​ແຂວງ​ເຂດ​ພູດ​ອຍທາງ​ພາກ​ເໜືອ ​ແລະ ​ເຂດ​ ​ໄຕ​ງວຽນ ​ໃນ​ການ​ຜັນ​ຂະ​ຫຍາ​ຍການ​ຫັນ​ເປັນໂທລະພາບ​​​ດີ​ຈີ​ຕອນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນ​ັ້ນໜັກ​ວ່າ:

“​ເລື່ອງ​ໜູນ​ຊ່ວຍ​ຜູ້ນຳ​ໃຊ້​ໂທລະພາບ​ດີ​ຈີ​ຕອນ ອາ​ດຈະ​ນຳ​ໃຊ້​ກອງ​ທຶນ​ໂທລະ​ຄົມ​ມະ​ນາ​ຄົມທີ່​ມີ​ປະ​ໂຫຍ​ດສ່ວນ​ລວມ, ບັນດາ​ທ້ອງ​ຖິ່ນ​ກໍ່​ຕ້ອງ​ເຂົ້າ​ຮ່ວມ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້ການ​ນຳ​ຄະນະ​ກຳມະການ​ປະ​ຊາ​ຊົນ​ບັນດາ​ແຂວງ​ໂດຍ​ອີງ​ໃສ່​ໃບ​ສະ​ເໜີ​ຂອງ​ພະ​ແນ​ກຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ແລະ ສະຖານີ​ວິທະຍຸ - ​ໂທລະພາບ​ທ້ອງ​ຖິ່ນ​ຕົນ​ຄວນ​ຈັດ​ວາລະ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບບັນຫາ​ຫັນ​ເປັນໂທລະພາບ​​ດີ​ຈີ​ຕອນ, ​ເພື່ອ​ເປັນ​ເອກະ​ພາບ​ກັນ​ລະຫວ່າງ 3 ອົງການ​ໃນ​ວິວັດທະນາ​ການ​ຫັນ​ເປັນໂທລະພາບ​ດີ​ຈີ​ຕອນຂອງ​ທ້ອງ​ຖິ່ນ​ຕົນ​”

ຂ່າວ/ບົດ​ອື່ນ