ຫວຽດນາມ ຊົມເຊີຍ ອາເມລິກາສະໜອງໜັງສື ອະນຸດຍາດໃຫ້ນຳເຂົ້າໝາກໄມ້ຂອງຫວຽດນາມ

ຫວຽດນາມ ຊົມເຊີຍ ອາເມລິກາສະໜອງໜັງສື ອະນຸດຍາດໃຫ້ນຳເຂົ້າໝາກໄມ້ຂອງຫວຽດນາມ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິງ)

(vovworld) – ວັນ​ທີ 11/09, ທີ່​ກອງປະຊຸມຂ່າວ​ປະຈຳ​ເດືອນ 09 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ເມື່ອ​ຕອບ​ສຳພາດຂໍ້​​ໃຫ້​ຮູ້​ທັດສະນະຂອງ​ຫວຽດນາມ ກ່ຽວ​ກັບ​ເລື່ອງ​ກະຊວງ​ກະສິກຳ​ອາ​ເມ​ລິ​ກາ ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ອະນຸຍາດ​ໃຫ້​ນຳ​ເຂ​ົ້າໝາກ​ໄມ້​ບາງ​ຊະນິດ​ຈາກ​ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິງ ຊີ້​ແຈ້ງວ່າ.

        “ຫວຽດນາມ ຊົມ​ເຊີຍ​ເລື່ອງ​ກະຊວງ​ກະສິກຳ​ອາ​ເມ​ລິ​ກາ ​ໄດ້ສະໜອງ​ໜັງສື​ອະນຸ​ຍາດ​​ໃຫ້ນຳ​ເຂົ້າບາງ​ຜະລິດ​ຕະພັນ​ກະ​ເສດຂອງ​ຫວຽດນາມ​ຄື ໝາກ​ລີ່ນ​ຈີ່, ໝາກລຳ​​ໄຍ່. ນີ້​ແມ່ນ​ບາດກ້າວ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​​ການ​ຄ້າ ທີ່​ພວມ​ພັດທະນາ​ຢ່າງ​ດີງາມ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ. ຫວຽດນາມ ປາດ​ຖະໜາ​ວ່າ, ຝ່າຍ​ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ພິຈາລະນາ​ສະໜອງ​ໜັງສື​ອະນຸຍາດ​ນຳ​ເຂົ້າ​ບັນດາ​ຜະລິດ​ຕະພັນ​ກະ​ເສດທີ່​ມີ​ຄຸນ​ນະພາ​ບສູງຂອງ​ຫວຽດນາມ ​ເຂົ້າ​ຕະຫຼາ​ດອາ​ເມ​ລິ​ກາ​ຕື່ມອີກ”.

        ກ່ຽວ​ກັບ​ຂໍ້​ມູນຈີນ ພວມ​ປະຕິບັດ​ການ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍໃນ​​ເຂດເກາະຫີນ ກາກ​ມາ, ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ຂອງ​ຫວຽດນາມ, ທ່ານ​ເລ​ຫາຍ​ບິງ ຢືນຢັນ​ວ່າ: ຫວຽດນາມ ມີ​ພື້ນຖານ​ດ້ານ​ນິຕິ​ກຳ ​ແລະ ຫຼັກ​ຖານ​ປະຫວັດສາດ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຢືນຢັນ​ອະທິປະ​ໄຕ​ຂອງ​ຕົນ​ສຳລັບ​ໝູ່​ເກາະ​​ເຈື່ອງ​ຊາ. ທຸກໆ​ການ​ເຄື່ອນ​ໄຫວລຳ​ຝັງພຽງ​ຝ່າຍ​ດຽວຂອງ​ປະ​ເທດ​ອື່ນ ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ສະພາບ​ຕົວ​ຈິງ​ຢູ່​ເຂດ​ນີ້ ລ້ວນ​ແຕ່ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ, ລະ​ເມີດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຮ້າຍແຮງ​, ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ພາກ​ພື້ນ​ສັບສົນ​ຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ