ຫວຽດນາມ ຍູ້ແຮງການພົວພັນກັບ ຊູແອດ ແລະ ອັງກິດ

ຫວຽດນາມ ຍູ້ແຮງການພົວພັນກັບ ຊູແອດ ແລະ ອັງກິດ - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ເຮັດວຽກຢູ່ຊູ​ແອດ
(ພາບປະກອບ: TTXVN)


(vovworld) - ວັນ​ທີ 18/04, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ນຳ​ໜ້າ​ ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ຊູ​ແອດ, ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ. ​ເມື່ອ​ຕອບ​ສຳພາດ​ຕໍ່ສື່​ມວນ​ຊົນ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມ​ຫງອກ, ຢືນຢັນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍສຳຄັນ ​ໃນ​ການ​ສ້າງ​ບາດ​ກ້າວຫັນປ່ຽນ, ປະກອບສ່ວນ​ຊຸກຍູ້ການ​ພົວພັນ 2 ຝ່າຍ​ລະຫວ່າງ​ຫວຽດນາມ ກັບ​ຊູ​ແອດ ​ແລະ ອັງກິດ​ໃນ​ຫຼາຍ​ຂົງ​ເຂດ.

        ທີ່​ຊູ​ແອດ, 2 ຝ່າຍ​ໄດ້​ເຫັນ​ດີຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຊິ່ງຊູ​ແອດ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ພະລັງງານ​ຜະລິດ​ຄືນ​ໃໝ່, ​ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຊີ​ສູງ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ... ທ່ານ​ນາງ ຮ່າ​ກິມ​ຫງອກ ​ໃຫ້​ຮູ້​ວ່າ, ຫວຽດນາມ ສະ​ເໜີ​ໃຫ້​ຊູ​ແອດ ຮັບ​ຮູ້​ກົນ​ໄກ​ການ​ຕະຫຼາດ​ຂອງ​ຫວຽດນາມ ກໍ່​ຄື​ຍູ້​ແຮງ​ວິວັດ​ການ​ເຈ​ລະ​ຈາສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ຫວຽດນາມ ​ແລ​ະ ສະຫະ​ພາບ​ເອີ​ລົບ. ຊູ​ແອດ ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມກອງ​ປະຊຸມ​ໃຫຍ່ລັດຖະສະພາ​ລະຫວ່າງ​ຊາດ​ໂລກຄັ້ງທີ 132​ ເຊິ່ງ​ຈະ​ຈັດ​ຂຶ້ນຢູ່​ຫວຽດນາມ ​ໃນ​ປີ 2015. ຄຽງ​ຂ້າງ​ນັ້ນ, ຊູ​ແອດ ກໍ່​ສະ​ແດງການ​ສະໜັບສະໜູນ​​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ.

        ກ່ຽວ​ກັບ​ການ​ຢ້ຽມຢາມ​ຂ​ອງຄະນະ​ຜູ້​ແທນຂັ້ນ​ສູງ​ຫວຽດນາມ ຢູ່ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ, ທ່ານນາງ  ຮ່າ​ກິມ​ຫງອກ ​ໃຫ້​ຮູ້​ວ່າ, ​ເວທີ​ປ​າ​ໄສ​ຫວຽດນາມ - ອັງກິດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ ອັງກິດ 100 ​ແຫ່ງ, ​ຖືກ​ຈັດ​ຂຶ້ນ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ພ້ອມ​ກັບ​ບັນດາ​ການ​​ເຮັດ​ວຽກ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ກັບ​ບັນດາ​ວິ​ສາ​ຫະກິດ, ບັນດາ​ນັກ​ລົງທຶນ ​ແລະ ກອງ​ທຶນ​ຄຸ້ມ​ຄອງ​ຊັບ​ສິນ​ອັນ​ດັບ​ໜຶ່ງ​ຂອງ​ອັງກິດ, ​ໄດ້​ສະ​ແດງໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ວົງ​ການ​ວິ​ສາ​ຫະກິ​ດ​ອັງກິດ ກັບຫວຽດນາມ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີເພື່ອ​ໃຫ້ 2 ປະ​ເທດ​ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງ​​ເໝາະ​ສົມກັບ​ຄວາມ​ສາມາດ​ບົ່ມຊ້ອນ.

ຂ່າວ/ບົດ​ອື່ນ