ຫວຽດນາມ ຕ້ອນຮັບວັນບຸນຄຼິດສະມາດປີ 2019 ຢ່າງຄຶກຄຶ້ນມ່ວນຊື່ນ

(VOVWORLD) -ປະຊາຊົນຮ່າໂນ້ຍ ໄດ້ເຕົ້າໂຮມຢູ່ບັນດາສະຖານທີ່ທີ່ມີຊື່ສຽງ ເຊິ່ງໄດ້ຮັບການປະດັບປະດາຢ່າງສວຍງາມດ້ວຍຕົ້ນແປກໃຫຍ່

ຫວຽດນາມ ຕ້ອນຮັບວັນບຸນຄຼິດສະມາດປີ 2019 ຢ່າງຄຶກຄຶ້ນມ່ວນຊື່ນ - ảnh 1 ປະຊາຊົນຮ່າໂນ້ຍ ໄດ້ເຕົ້າໂຮມຢູ່ບັນດາສະຖານທີ່ທີ່ມີຊື່ສຽງ

(ພາບ: vietnam+)

ໃນທ່າມກາງອາກາດໜາວເຢັນ, ປະຊາຊົນຮ່າໂນ້ຍ ໄດ້ເຕົ້າໂຮມຢູ່ບັນດາສະຖານທີ່ທີ່ມີຊື່ສຽງ ເຊິ່ງໄດ້ຮັບການປະດັບປະດາຢ່າງສວຍງາມດ້ວຍຕົ້ນແປກໃຫຍ່ທີ່ຫ້ອຍກະລິ່ງນັບຮ້ອຍອັນ, ດອກໄຟປະດັບດ້ວຍສີສັນຫຼາກຫຼາຍເຊິ່ງໄດ້ຕັ້ງຂຶ້ນຢູ່ຕາມຖະໜົນ ຍ່າຈູງ, ຈ່າງຕ່ຽນ, ໂຮງລະຄອນໃຫຍ່… ເພື່ອນ ຫງວຽນແຄ໊ງລິງ, ຢູ່ນະຄອນຮ່າໂນ້ຍ, ແບ່ງປັນວ່າ.

          “ນ້ອງເຫັນວ່າບັນຍາກາດມີຄວາມຄຶກຄຶ້ນມ່ວນຊື່ນຫຼາຍ, ເຖິງວ່າຫຼາຍຄົນບໍ່ໄດ້ເຊື່ອຖືສາສະໜາຄຼິດກໍ່ຕາມ, ແຕ່ນີ້ກໍ່ແມ່ນໂອກາດເພື່ອໃຫ້ທຸກຄົນໄດ້ຮັບຮູ້ບັນຍາກາດຂອງວັນບຸນຄຼິດສະມາດ, ເຕົ້າໂຮມກັນ, ອາດຈະແມ່ນກິນເຂົ້າກັບຄອບຄົວ ຫຼື ໄປຫຼີ້ນພ້ອມກັບຄອບຄົວ, ໝູ່ເພື່ອນ.”

          ຢູ່ນະຄອນໂຮ່ຈີມິນ, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດ 2019 ແລະ ປີໃໝ່ສາກົນ 2020 ໄດ້ປົກຄຸມໄປທົ່ວຖະໜົນສາຍຕ່າງໆໃນຊຸມວັນທີ່ຜ່ານມາ… ນັບແຕ່ຕອນບ່າຍວັນທີ 24 ທັນວາ, ປະຊາຊົນຫຼາຍຄົນໄດ້ໄປໂບດ ລໍຖ້າຕ້ອນຮັບວັນບຸນຄຼິດສະມາດພ້ອມກັບພໍ່ແມ່ປະຊາຊົນຊາວຄຼິດ. ພິເສດ, ໂບດ ດຶ໊ກບ່າ ມີປະຊາຊົນ, ນັກທ່ອງທ່ຽວ ແລະ ເພື່ອນໜຸ່ມເປັນຈຳນວນຫຼວງຫຼາຍ ໄດ້ໄປໂບດແຫ່ງນີ້ເພື່ອເຈື່ອຈານເຂົ້າກັບບັນຍາກາດອັນອົບອຸ່ນ, ມ່ວນຊື່ນຜ່ານບັນດາການເຄື່ອນໄຫວທີ່ໄດ້ຮັບການຈັດຕັ້ງຢູ່ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ