ຫວຽດນາມ ຖືການຊຸກຍູ້ການພົວພັນຮ່ວມມືກັບອົງການໃຊ້ພາສາຝລັ່ງເປັນສຳຄັນ

(vovworld) -  ພິທີ​ສະ​ເຫລີ​ມສະຫລອງ​ວັນ​ໃຊ້​ພາສາ​ຝລັ່ງສາກົນ​ ຖືກ​ຈັດ​ຂຶ້ນ​ຢ່າ​ງ​ເປັນ​ທາງ​ການ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 20/3 ຢູ່ ຮ່າ​ໂນ້ຍ ​ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ຫງວຽນ​ເຟືອ​ງງາ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ຊີ້​ແຈງ​ວ່າ:

        “ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ພົວພັນ​ກັບຕ່າງປະ​ເທດ ​ເອກະລາດ, ​ເປັນ​ເຈົ້າ​ ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ​ເປັນ​ເຈົ້າ​ການ ແລະ ຕັ້ງຫນ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ, ຫວຽດນາມ ຖື​ການ​ພົວພັນ​ຮ່ວມ​ມື​ກັບ ອົງການ​ໃຊ້​ພາສາ​ຝລັ່ງ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂອງ​ອົງການ​ໃຊ້​ພາສາ​ຝລັ່ງ. ຍາມ​ໃດ ຫວຽດນາມ ກໍ​ປະຕິບັດ​ບັນດາ​ພັນທະ​ຂອງ​ປະ​ເທດ​ສະມາຊິກ​ຢ່າງ​ຄົບ​ຖ້ວນ ​ແລະ ຕັ້ງຫນ້າ​ຊຸກຍູ້​ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ. ”

        ສ່ວນ​ທ່ານ​ນາງ Anissa Barak ຜູ້ຕາງຫນ້າ​ອົງການ​ໃຊ້​ພາສາ​ຝລັ່ງ ຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ດ້ວຍ​ບັນດາ​ຜົນງານ​ດ້ານ​ເສດຖະ​ເກິ​ດ ​ແລະ ການ​ພົວພັນ​ກັບ​ຕ່າງປະ​ເທດ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ຫວຽດນາມ ສວມ​ບົດບາດ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຊ້​ພາສາ ຝລັ່ງ ຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ ​ແລະ ບັນດາ​ພາກ​ພື້ນ​ອື່ນ​​ທີ່ໃຊ້​ພາສາ​ຝລັ່ງ. ”

ຕອບກັບ

ຂ່າວ/ບົດ​ອື່ນ