ຫວຽດນາມ ຖືເປັນສຳຄັນ ແລະ ເພີ່ມທະວີການພົວພັນຫຼາຍດ້ານ ກັບໄທ

ຫວຽດນາມ ຖືເປັນສຳຄັນ ແລະ ເພີ່ມທະວີການພົວພັນຫຼາຍດ້ານ ກັບໄທ - ảnh 1
ທ່ານ ສົມ​ບັດ ​ຕຣີວັດ​ສຸວັນ, ເຈົ້າ​ແຂວງ ຂອນ​ແກ່ນ ແລະ ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan
(ພາບ: tinmoi.vn)

(vovworld) - ວັນ​ທີ 24/6, ​ເຈົ້າ​ແຂວງ ຂອນ​ແກ່ນ, ທ່ານ ສົມ​ບັດ ​ຕຣີວັດ​ສຸວັນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ທີ່​ພວມທຳ​ການ​ຢ້ຽມຢາມໄທ​. ທ່ານ​ນາງ​ຮ​ອງປະທານ​ປະ​ເທດ Nguyen Thi Doan ຢືນຢັນ​ນະ​ໂຍບາຍ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ໃນ​ການ​ຖື​ເປັນ​ສຳຄັນ ​ແລະ ​ເພີ່​ມທະວີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ໄທ. ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນບັນດາ​ທ້ອງ​ຖີ່​ນ 2 ປະ​ເທດ ​​ແມ່ນ​ກົກ​ເຄົ້າ ຊ່ວຍ​​ໃຫ້ການ​ພົວພັນ 2 ປະ​ເທດ​ນັບ​ມື້​ນັບ​ສະໜິດ​ແໜ້ນ ​ແລະ ພັດທະນາ. ທ່ານ​ນາ​ງຮອງ​ປະທານ​ປະ​ເທດ Nguyen Thi Doan ຫວັງ​ວ່າ: ອຳນາດ​ການ​ປົກຄອງ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ​ແຂ​ວງ ຂອນ​ແກ່ນ ຈະ​ສືບ​ຕໍ່​ສົມທົບ​ກັບຫົວໜ້າ​ສະຖານກົງສູນ​ຫວຽດນາມ ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ຫວຽດນາມ ​ເຈື່ອຈານ​ເຂົ້າ​ກັບ​ສັງຄົມ​ໄທ. ​ແລະ​ກໍ​ໃນ​ວັນ​ດຽວກັນ, ທ່ານ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ໃຫ້ການ​ຕ້ອນຮັບ​​ສະມາຊິກ​​ວຸດ​ທິສະພາໄທ ທ່ານ ປຣາ​ເສີດ ປຣະຄຸນ​ສຸກສາ​ພັນ. ກ່ອນໜ້າ​ນັ້ນ, ​ເມື່ອ​ມາ​ຢ້ຽມຢາມ​ສະຖານກົງສູນ​ໃຫຍ່​ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ ອາ​ໄສ​ຢູ່​ແຂວງ ຂອນ​ແກ່ນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຢືນຢັນ​ວ່າ: ພັກ ​ແລະ ລັດຫວຽດນາມ ​ຍາມ​ໃດ​ກໍ​ສະຫງວນຄວາມ​ເອົາ​ໃຈ​ໃສ່​ຕໍ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ. ​ແລະ ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດ Nguyen Thi Doan ​​ໄດ້​ສິ້ນ​ສຸດ​ກາ​ນຢ້ຽມຢາມ​ລາຊະ​ອານາຈັກ​ໄທ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຍິງ​ຮັກ ຊິນ​ນະ​ວັດ.

 

ຂ່າວ/ບົດ​ອື່ນ