ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນວຽກງານຫຼຸດຜ່ອນຄວາມທຸກຍາກ

(VOVWORLD) -ໃນ 03 ປີຜ່ານມາ, ເລື່ອງປະຕິບັດມະຕິສະບັບເລກທີ 76 ຂອງສະພາແຫ່ງຊາດ ກ່ຽວກັບຍູ້ແຮງການປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2016 – 2020 ໄດ້ບັນລຸໝາກຜົນຫຼາຍຢ່າງ, ວຽກງານຫຼຸດຜ່ອນຄວາມທຸກຍາກ ມີຄວາມກ້າວໜ້າຫຼາຍ, ຄວາມແຕກໂຕນກັນລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກ ກໍຫຼຸດໜ້ອຍຖອຍລົງ. 
ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນວຽກງານຫຼຸດຜ່ອນຄວາມທຸກຍາກ  - ảnh 1ກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະກໍາມະການບັນດາບັນຫາສັງຄົມ ເຊິ່ງໄດ້ດໍາເນີນໃນວັນທີ 9 ຕຸລາ ນະຄອນດ່າໜັງ (ພາບ: TTXVN)

ນີ້ແມ່ນການຕີລາຄາ ທີ່ໄດ້ຍົກອອກມາທີ່ກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະກໍາມະການບັນດາບັນຫາສັງຄົມ ເຊິ່ງໄດ້ດໍາເນີນໃນວັນທີ 9 ຕຸລາ, ຢູ່ນະຄອນດ່າໜັງ ຂອງຫວຽດນາມ.

ລັດຖະບານໄດ້ວາງອອກເປົ້າໝາຍ ຮອດປີ 2020, ຈໍານວນຄອບຄົວທຸກຍາກໃນທົ່ວປະເທດ ຈະຫຼຸດລົງ ຍັງເຫຼືອໜ້ອຍກວ່າ 4%, ຈໍານວນຄອບຄົວທຸກຍາກຢູ່ບັນດາແຂວງທຸກຍາກ ຍັງເຫຼືອໜ້ອຍກວ່່າ 30% ແລະ ບໍ່ມີຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດນອນໃນມາດຖານທຸກຍາກ; ຈໍາກັດສະພາບການທຸກຍາກຄືນໃໝ່ ແລະ ປະກົດມີຄອບຄົວທຸກຍາກ ໂດຍບັນດາສາເຫດອັດຕະວິໄສ ຢູ່ໃນລະດັບໜ້ອຍສຸດ.

        ທ່ານ ດາວຫງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:

        “ຫວຽດນາມ ພວມແມ່ນຈຸດເດັ່ນໃນໂລກ ກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ. ປີ 2015, ຫວຽດນາມ ມີຄອບຄົວທຸກຍາກ ແມ່ນ 7%, ໄລ່ມາຮອດປັດຈຸບັນ ຫຼຸດລົງເຫຼືອພຽງ 6,77%. ດ້ວຍແຜນການດັ່ງກ່າວ,ຮອດປີ 2020 ພວກເຮົາ ຈະບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ”

ຕອບກັບ

ຂ່າວ/ບົດ​ອື່ນ