ຫວຽດ​ນາມ ບໍ່​ປ​ະ​ກົດ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ຄົນ​ໃໝ່​ຕືມ​ອີກ​ໃນ​ຮອບ​ເວ​ລາ 48 ຊົ່ວ​ໂມງ​ທີ່​ຜ່ານ​ມາ

(VOVWORLD) -ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ: ໄລ່ຮອດເວລາ 6 ໂມງ ຂອງວັນທີ 18 ເມສາ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ ຫວຽດນາມຍັງແມ່ນ 268 ຄົນຄືເກົ່າ.
ຫວຽດ​ນາມ ບໍ່​ປ​ະ​ກົດ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ຄົນ​ໃໝ່​ຕືມ​ອີກ​ໃນ​ຮອບ​ເວ​ລາ 48 ຊົ່ວ​ໂມງ​ທີ່​ຜ່ານ​ມາ - ảnh 1(ພາບປະກອບ:TTXVN) 

ດັ່ງນັ້ນ, ນີ້ແມ່ນຄັ້ງທຳອິດເຊິ່ງນັບແຕ່ວັນທີ 7 ມີນາ(ວັນທີກວດພົບຜູ້ຕິດເຊື້ອພະຍາດ Covid – 19ຄົນ ທີ 17) ມາຮອດປັດຈຸບັນ, ຫວຽດນາມບໍ່ປະກົດມີຜູ້ຕິດເຊື້ອພະຍາດ Covid – 19 ຄົນໃໝ່ຕື່ມອີກໃນຮອບເວລາ 48 ໂມງລຽນຕິດ.

ວັນທີ 18 ເມສາ, ມີຜູ້ຕິດເຊື້ອພະຍາດ Covid – 19ຕື່ມອີກ 3 ຄົນໄດ້ປະກາດປິ່ນປົວ ຫາຍດີເປັນປົກກະຕິ, ໃນນັ້ນມີ ຊາວອັງກິດ 1 ຄົນ ແລະ ຊາວບຣາຊິນ 2 ຄົນ. ກ່ອນໜ້ານັ້ນ, ໃນວັນທີ 17 ເມສາ, ມີ ຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 21 ຄົນໄດ້ຮັບການປະກາດປິ່ນປົວຫາຍດີເປັນປົກກະຕິ. ດັ່ງນັ້ນ ໄລ່ມາຮອດປັດຈຸບັນ, ຢູ່ ຫວຽດນາມ ມີຍອດຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ201ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກປະຕິແລ້ວ. ສ່ວນຄົນເຈັບທີ່ຍັງເຫຼືອ 67 ຄົນ ພວມໄດ້ຮັບການ ປິ່ນປົວຢູ່ໂຮງໝໍຕ່າງໆ

ຕອບກັບ

ຂ່າວ/ບົດ​ອື່ນ