ຫວຽດນາມ ປາດຖະໜາ ຢາກພັດທະນາການພົວພັນ, ຮ່ວມມືອັນດີງາມ ກັບ ໂມຊໍາບິກ

(VOVWORLD) -ສອງຝ່າຍສືບຕໍ່ສົມທົບກັນຢ່າງມີປະສິດທິຜົນ ໃນບັນດາເວທີປາໄສຫຼາຍຝ່າຍ ລະດັບສາກົນ ແລະ ພາກພື້ນ; ໜູນຊ່ວຍ, ເປັນຂົວເຊື່ອມຕໍ່ເຊິ່ງກັນ ແລະ ກັນໃນການເປີດກວ້າງການພົວພັນກັບບັນດາພັກຝ່າຍໃນພາກພື້ນ.

 ໂດຍໄດ້ຮັບຄໍາເຊີນຂອງພັກແນວໂຮມປົດປ່ອຍ ໂມຊໍາບິກ (Frelimo) ກໍາອໍານາດ, ໃນລະຫວ່າງວັນທີ 03 – 05 ທັນວາ, ທ່ານ ເຈິ່ນກັວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ພັກກອມມູນິດຫວຽດນາມ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ ໂມຊໍາບິກ. ທີ່ການພົບປະ, ເຈລະຈາ ກັບ ທ່ານປະທານາທິບໍດີ ສ.ໂມຊໍາບິກ Filipe Nyusi, ທ່ານນາຍົກລັດຖະມົນຕີ Carlot Agostinho do Rosario, ທ່ານຮອງປະທານສະພາແຫ່ງຊາດ  Antonio Amelia... ເຮັດວຽກກັບບັນດາກະຊວງ, ຂະແໜງການ ຂອງ ໂມຊໍາບິກ, ບັນດາການນໍາ ໂມຊໍາບິກ ປາດດຖະໜາວ່າ ຫວຽດນາມ ສືບຕໍ່ໜູນຊ່ວຍ ໂມຊໍາບິກ ໃນການພັດທະນາປະເທດຊາດ, ໂດຍສະເພາະແມ່ນການພັດທະນາເສດຖະກິດ ແລະ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ພ້ອມທັງສະເໜີວ່າ ພັກກອມມູນິດຫວຽດນາມ ຈະສືບຕໍ່ຊ່ວຍເຫຼືອ, ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ, ບໍາລຸງສ້າງພະນັກງານ. ທ່ານ ເຈິ່ນກວກເວື້ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ປາດຖະໜາ ຢາກພັດທະນາການພົວພັນສາມັກຄີ, ມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ກັບ ໂມຊໍາບິກ.

        ສອງຝ່າຍເຫັນດີນໍາກັນວ່າ ໃນໄລຍະຈະມາເຖິງ ສອງພັກຄວນສືບຕໍ່ຊຸກຍູ້ການພົວພັນອັນດີງາມທີ່ເປັນມູນເຊື້ອ, ຜ່ານການປະຕິບັດບັນດາເນື້ອໃນທີ່ລະບຸໃນຂໍ້ຕົກລົງຮ່ວມມື ໃຫ້ມີປະສິດທິຜົນ ແລະ ເພີ່ມທະວີວຽກງານພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ. ສອງຝ່າຍສືບຕໍ່ສົມທົບກັນຢ່າງມີປະສິດທິຜົນ ໃນບັນດາເວທີປາໄສຫຼາຍຝ່າຍ ລະດັບສາກົນ ແລະ ພາກພື້ນ; ໜູນຊ່ວຍ, ເປັນຂົວເຊື່ອມຕໍ່ເຊິ່ງກັນ ແລະ ກັນໃນການເປີດກວ້າງການພົວພັນກັບບັນດາພັກຝ່າຍໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ