ຫ​ວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ລົບ​ລ້າງ​ການ​ຫາ​ປາ​ຜິດ​ກົດ​ໝາຍ

(VOVWORLD) -ວັນທີ 5 ຕຸລາ, ເວັບໄຊ ThaiPublica.org ຂອງ ໄທໄດ້ລົງບົດຂຽນລັດຖະບານ ຫວຽດນາມ ວາງເປົ້າໝາຍສະກັດກັ້ນ, ນາບຂູ່ ແລະ ລົບລ້າງການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ເພື່ອຍົກເລີກບັດເຫຼືອງເຊິ່ງ ຄະນະກຳມະການເອີລົບ (EC) ຈັດວາງໃສ່ການສົ່ງອອກສິນໃນນ້ຳ ຫວຽດນາມ ໃນປີ 2017ໂດຍໄວ. 
ຫ​ວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ລົບ​ລ້າງ​ການ​ຫາ​ປາ​ຜິດ​ກົດ​ໝາຍ - ảnh 1ກວດກາກຳປັ່ນຫາປາຂອງຊາວປະມົງ (ພາບ: TTXVN)

ພາຍຫຼັງໄລຍະເກືອບ 5 ປີ, ຫວຽດນາມ ໄດ້ສຸມໃສ່, ເປັນເຈົ້າການປະຕິບັດບັນດາການກະທຳໃຫ້ສອດຄ່ອງກັບຂໍ້ສະເໜີ ແລະ ກຳນົດຂອງ EC ກ່ຽວກັບ IUU ເພື່ອຍົກເລີກ ບັດເຫຼືອງ ຍິ່ງໄວກໍ່ຍິ່ງດີ. ຫວຽດນາມໄດ້ສຳຫຼວດກວດກາ, ເພີ່ມເຕີມເອກະສານນິຕິກຳ ແລະ ເພີ່ມທະວີກົດບັງຄັບໃນກົດໝາຍວ່າດ້ວຍສິນໃນນ້ຳສະບັບປັບປຸງ, ບັນດາເອກະສານ ແລະ ແຜນການເຄື່ອນໄຫວຂອງລັດຖະບານ. ຢູ່ກອງປະຊຸມທາງໄກຄັ້ງຫຼ້າສຸດລະຫວ່າງ ຫວຽດນາມ ແລະ EC ໃນເດືອນພະຈິກປີ 2021, ບັນດາເຈົ້າໜ້າ EC ໄດ້ຕີລາຄາສູງຕໍ່ການປ່ຽນແປງໃນກົດໝາຍ. ນີ້ແມ່ນໜຶ່ງໃນ 4 ຂໍ້ສະເໜີຫຼັກຂອງ EC ສຳລັບ ຫວຽດນາມ ເພື່ອແນໃສ່ແກ້ໄຂບັນຫາການຫາປາຂອງ IUU. ນອກຈາກນັ້ນ, ຫວຽດນາມ ໄດ້ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນເພື່ອກຳນົດຕົ້ນກຳເນີດ, ມຸ່ງໄປເຖິງການຮັບປະກັນການຫັນເປັນດີຈີຕອນໃນວິວັດການຕິດຕາມກວດກາ ແລະ ດັດປັບຜະລິດຕະພັນສິນໃນນ້ຳຕາມລະບົບມູນຄ່າໃຫ້ເໝາະສົມກັບຄວາມຕ້ອງການໃນການບໍລິໂພກພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ