ຫວຽດນາມ ຢັ້ງຢືນ​ມີ​ຜູ້​ຕິ​ດ​ເຊື້ອ​ໂຄ​ວິດ - 19 ​ໃໝ່​ເພີ່ມ​ອີກ 34 ຄົນ

(VOVWORLD) -ໄລ່ຮອດຕອນບ່າຍວັນທີ 6 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 747 ຄົນ.
ຫວຽດນາມ ຢັ້ງຢືນ​ມີ​ຜູ້​ຕິ​ດ​ເຊື້ອ​ໂຄ​ວິດ - 19 ​ໃໝ່​ເພີ່ມ​ອີກ 34 ຄົນ - ảnh 1 ໄລ່ຮອດຕອນບ່າຍວັນທີ 6 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມ747 ຄົນ (ພາບ: TTXVN)

       ໄລ່ຮອດຕອນບ່າຍວັນທີ 6 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເພີ່ມອີກ 34 ຄົນ, ໃນນັ້ນນະຄອນດ່າໜັງມີ 20 ຄົນ, ແຂວງ ກວ໋າງນາມ ມີ 9 ຄົນ, ຮ່າໂນ້ຍ ມີ 1 ຄົນ, ແຂວງບັກຢາງ ມີ 1 ຄົນ ແລະ 03 ຄົນຢູ່ບ່າເຣ້ຍຫວູງເຕົ່າແມ່ນກັບມາຈາກຕ່າງປະເທດ.

        ໄລ່ຮອດຈຸດເວລານີ້, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມ 747 ຄົນ, ໃນນັ້ນ ມີຜູ້ຕິດເຊື້ອຈໍານວນ 312 ຄົນ ແມ່ນກັບມາຈາກຕ່າງປະເທດ;  ຜູ້ຕິດເຊື້ອໃໝ່ຈໍານວນ 295 ຄົນ ແມ່ນມີສ່ວນກ່ຽວຂ້ອງເຖິງ ດ່າໜັງ ນັບແຕ່ວັນທີ 25 ກໍລະກົດ ມາຮອດປັດຈຸບັນ,  392 ຄົນໃນຈໍານວນ 747 ຄົນ ໄດ້ປິ່ນປົວຫາຍດີແລ້ວ ແລະ ມີຜູ້ເສຍຊີວິດ 10 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ