ຫວຽດນາມ ສົ່ງອອກຊາ ບັນລຸມູນຄ່າ 37 ລ້ານ USD

ຫວຽດນາມ ສົ່ງອອກຊາ ບັນລຸມູນຄ່າ 37 ລ້ານ USD - ảnh 1
(ພາບປະກອບ)

(vovworld) - ຕາມ​ການ​ຄາດ​ຄະ​ເນ​ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ, ປະລິ​ມານ​ສົ່ງ​ອອກ​ຊາ​​ໃນເດືອນ 03/2014 ຄາດ​ວ່າ​ບັນລຸ 8.000 ​ໂຕນ, ດ້ວຍ​ມູນ​ຄ່າ 11 ລ້ານ​​ USD, ນຳ​ປະລິ​ມານ​ສົ່ງ​ອອກຊາ​ໃນ 3 ​ເດືອນ​ຕົ້ນ​ປີ​ຂຶ້ນ 24.000 ​ໂຕນ ດ້ວຍ​ມູນ​ຄ່າ 37 ລ້ານ USD. ລາຄາ​ຊາ​ສົ່ງ​ອອກ​ຄິດ​ສະ​ເລ່ຍ​ໃນ 2 ​ເດືອນ​ຕົ້ນ​ປີ​ບັນລຸ 1.597 USD/​ໂຕນ, ​ເພີ່ມ​ຂຶ້ນ​ເກືອບ 5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ​ແຕ່​ຕາມ​ຂໍ້​ສັງ​ເກດຂອງ​ສະຫະ​ສະມາຄົມ​ຊາ​ ຫວຽດນາມ (Vitas) ​ແລ້ວ, ການ​ສົ່ງ​ອອກ​ຊາ​ຂອງ​ຫວຽດນາມ ຍັກ​ຮັກສາ​ໄດ້​ວົງ​ເງິນ​ສົ່ງ​ອອກຄື​ປີ 2013 ​ແມ່ນບັນລຸ 138.000 ​ໂຕນ, ດ້ວຍ​ມູນ​ຄ່າ 222 ລ້ານ USD.

ຂ່າວ/ບົດ​ອື່ນ