ຫວຽດນາມ ສືບຕໍ່ແມ່ນສະຖານທີ່ ດູດດື່ມຢູ່ອາຊີ

ຫວຽດນາມ ສືບຕໍ່ແມ່ນສະຖານທີ່ ດູດດື່ມຢູ່ອາຊີ - ảnh 1
ຫວຽດນາມ ຈະ​ສືບ​ຕໍ່​ບັນລຸ​ໄດ້​ລະ​ດັບ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ໝັ້ນຄົງ
(ພາບ: radiovietnam.vn)


(vovworld) - ​ລະດັບ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ​ ​ຄາດ​ວ່າ​ຈະ​ບັນລຸ 5,2% ໃນ​ປີ 2013 ​ແລະ 5,6% ​ໃນ​ປີ 2014, ລະ​ດັບ​ໄພ​ເງີ​ນ​ເຟີ້​ສະ​ເລ່ຍ​​ແມ່ນ 7,5%. ວົງ​ເງິນ​ສົ່ງ​ອອກ​ຄາດ​ວ່າ​ຈະ​​ມີ​ການເຕີບ​ໂຕ. ນີ້​ແມ່ນ​ຈຸດ​ຕົ້ນ​ຕໍ່​ໃນ​ບົດ​ລາຍ​ງານ​ທີ່​ມີ​ຊື່​ວ່າ ​ແງ່​ຫວັງ​ພັດທະນາ​ອາຊີ​ປີ 2013 ​ໂດຍ​ທະນາຄານ​ພັດທະນາ​ອາຊີ (ADB) ປະກາດ​ໃນ​ຕອນ​ບ່າຍ​ວັນ​ທີ 09/04, ຢູ່​ຮ່າ​ໂນ້ຍ. ບົດ​ລາຍ​ງານ​ກໍ​ໃຫ້​ຮູ້​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ບັນລຸ​ໄດ້​ລະ​ດັບ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ໝັ້ນຄົງ ​ແລະ ຍັງ​​ແມ່ນສະຖານທີ່​ດູດ​ດື່ມ​ສຳລັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ​ເຖິງ​ວ່າ, ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຂອງ​ ADB ກ່າວ​ເຕື່ອນວ່າ ຫວຽດນາມ ຕ້ອງ​ຍູ້​ແຮງ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ທະນາຄານ ​ແລະ ການສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່. ທ່ານ Tomoyuki Kimura ຜູ້ອຳນວຍການ​ແຫ່ງ​ຊາດ​ຂອງ ADB ​ຢູ່​ຫວຽດນາມ ເວົ້າ​ວ່າ.

        “ຫວຽດນາມ ຍັງ​​ຄົງແມ່ນ​ສະຖານ​ທີ່​ດູດ​ດື່ມ​ສຳລັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ຍ້ອນ​ມີພົນລະ​ເມືອງ​ໃນ​ເກນ​ອາຍຸ​​ເຮັດ​ວຽກຫຼາຍ ​ແລະ ຄ່າ​​ແຮງ​ງານ​ຕໍ່າ. ​ແຕ່ ຫວຽດນາມ ພວມ​ປະ​ເຊີນ​ໜ້າ​ກັບ​ລະດັບການ​ແກ່ງ​ແຍ້ງທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ​ເພື່ອ​ຮັກສາ​ຄວາມ​ສາມາດແກ່ງ​ແຍ້ງ ​ແລະ ຊຸກຍູ້​ລະດັບເຕີບ​ໂຕ​ດ້ານ​ເສດຖະກິດ​​ໃຫ້​ໄດ້ 7 – 8% ນັ້ນ ​ຫວຽດນາມ ຕ້ອງອີ່​ງ​ໃສ່​ຜົນສຳ​ເລັດ​ຂອງ​ການ​ປະຕິ​ຮູບກົນ​ໄກ ​ແລະ ປັບປຸງສະພາບ​ແວດ​ລ້ອມດຳ​ເນີນ​ທຸລະ​ກິດ​ຢ່າງຮອບດ້ານ​”.

ຂ່າວ/ບົດ​ອື່ນ