ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ ຢູ່​ໂຊ​ມາ​ລີ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ  ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມຄືບໜ້າທີ່ຕັ້ງໜ້າຢູ່ ໂຊມາລີ ໃນໄລຍະຫວ່າງມໍ່ໆນີ້ ໂດຍກ່ຽວຂ້ອງເຖິງການກະກຽມໃຫ້ແກ່ການເລືອກຕັ້ງ. 
ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ ຢູ່​ໂຊ​ມາ​ລີ - ảnh 1ທ່ານເອກອັກຄະລັດຖະທູດ  ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: baoquocte.vn)

ວັນທີ 12 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຢູ່ ໂຊມາລີ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດການໜູນຊ່ວຍ ຂອງ ສປຊ ປະຈຳ ປະເທດນີ້ (UNSOM). ບັນດານັກລາຍງານໄດ້ຕີລາຄາວ່າ ວິວັດການດ້ານການເມືອງ ຢູ່ໂຊມາລີ ພວມຮັບຮູ້ຄວາມຄືບໜ້າທີ່ຕັ້ງໜ້າຫຼາຍຢ່າງ ໃນວຽກງານກະກຽມ ແລະ ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດ ແລະ ປະທານາທິບໍດີ ເຊິ່ງໄດ້ດຳເນີນແຕ່ເດືອນສິງຫາ ຫາ ເດືອນ ຕຸລາ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ  ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມຄືບໜ້າທີ່ຕັ້ງໜ້າຢູ່ ໂຊມາລີ ໃນໄລຍະຫວ່າງມໍ່ໆນີ້ ໂດຍກ່ຽວຂ້ອງເຖິງການກະກຽມໃຫ້ແກ່ການເລືອກຕັ້ງ. ເຖິງຢ່າງໃດກໍ່ຕາມ, ຜູ້ຕາງໜ້າ ຫວຽດນາມ ກໍ່ສະແດງຄວາມວິຕົກກັງວົນ ຕໍ່ສະພາບການຄວາມໝັ້ນຄົງທີ່ຍັງມີການຜັນແປຢ່າງສັບສົນ, ເປັນຕົ້ນແມ່ນບັນດາການກະທຳໃຊ້ຄວາມຮຸນແຮງ ແລະ ບຸກໂຈມຕີແນໃສ່ສາມັນຊົນ. ທ່ານເອກອັກຄະລັດຖະທູດມີຄວາມປາດຖະໜາກວ່າ ລັດຖະບານ ໂຊມາລີ ຈະສົມທົບກັບຄະນະປະຕິບັດງານຂອງ ສະຫະພາບ ອາບຟຼິກກາ ຢູ່ໂຊມາລີ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາມາດຕະການ ຮັບປະກັນຄວາມໝັ້ນຄົງ ທີ່ຈຳເປັນ, ພ້ອມທັງ ຮຽກຮ້ອງໃຫ້ ສປຊ ແລະ ປະຊາຄົມສາກົນ ຈົ່ງເພີ່ມທະວີການໜູນຊ່ວຍດ້ານເຕັກນິກໃຫ້ແກ່ ໂຊມາລີ ໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ