ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການພົວພັນໃນຫຼາຍຂົງເຂດ

ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການພົວພັນໃນຫຼາຍຂົງເຂດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ມີການເຮັດວຽກກັບ ​ລັດຖະມົນຕີ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ປະດິດ​ສ້າງ ​ແລະ ອະນາຄົດ
(ພາບ: VGP/Từ Lương)

(vovworld) – ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ ​ເກົາຫຼີ (​ແຕ່​ວັນ​ທີ 25 – 28/8), ວັນ​ທີ 26/8, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ມີ​ການ​ພົບ​ປະ​ກັບທ່ານ ​ລັດຖະມົນຕີ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ປະດິດ​ສ້າງ ​ແລະ ອະນາຄົດ, ກະຊວງ​ແຮງ​ງານ ​ແລະ ວຽກ​ເຮັດ​ງານ​ທຳ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບໍລິຫານ​ລັດ​ຂອງ ສ ​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນວ່າ ​ສາຍ​ພົວພັນ​ມິດຕະພາບ ຫວຽດນາມ - ສ ​ເກົາຫຼີ ​​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ ໃນ​ຕະຫຼອດ 20 ປີຜ່ານມາ, ​ເຊິ່ງສະ​ແດງ​ອອກ​ໃນທຸກ​ຂົງ​ເຂດ​ຮ່ວມ​ມື​ຄື: ການ​ເມືອງ ​ແລະ ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ, ການປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ການສຶກສາ ​ແລະ ບຳລຸງ​ສ້າງ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ກໍ່​ຄື​ການ​ພົວພັນ​ລະ​ຫວ່າງປະຊາຊົນ 2 ປະ​ເທດ.

    ທີ່​ກາ​ນພົບ​ປະກັບ ທ່ານ Choi Mun – kee, ລັດຖະມົນຕີກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ປະດິດ​ສ້າງ ​ແລະ ອະນາຄົດ ສ ​ເກົາຫຼີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ໃຫ້​ຝ່າຍ ສ ​ເກົາຫຼີ ໜູນ​ຊ່ວຍ​ ຫວຽດນາມ ​ໃນ​ການ​ຄົ້ນ​ຄ້ວາ​ຄວາມ​​ເປັນ​ໄປ​ໄດ້​ຂອງ​ໂຄງການກໍ່ສ້າງ​ສະ​ຖາ​ບັນ​ຄົ້ນ​ຄ້ວານຳ​ໃຊ້​ຕາມ​ຮູບ​​ແບບຂອງ ​ສະ​ຖາ​ບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ສ ​ເກົາຫຼີ (V - KIST). ​ໃນ​ການ​ເຮັດ​ວຽກ​ກັບ​ທ່ານ ​ລັດຖະມົນຕີ​ກະຊວງ​ແຮງ​ງານ ສ ​ເກົາຫຼີ Phang Ha – nam, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ຍາມ​ໃດລັດຖະບານ ຫວຽດນາມ ກໍ່​ຕີ​ລາຄາ​ສູງ ​ແລະ ຖື​ການ​ຮ່ວມ​ມື​ແຮງງານ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດຮ່ວມ​ມື​ສຳຄັນ ​ແລະ ນຳ​ມາ​ເຊິ່ງປະສິດທິຜົນ​ອັນ​ແທ​ດຈິງ​ໃຫ້​ທັງ 2 ຝ່າຍ, ຊ່ວຍ​ໃຫ້​ຄົນ​ງານ ຫວຽດນາມ ມີ​ເງື່ອນ​ໄຂ​ເຮັດ​ວຽກ​ໃນ​ສະພາບ​​​ອຸດສາຫະກຳ​ພັດທະນາ ​ເພື່ອ​ຍົກ​ສູງ​ສີມື​ການ​ຊ່າງ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່.

    ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ແລະ ຄະນະ​ຜູ້​ແທນ​ລັດຖະບານ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕັດ​ແຖບ​ຜ້າ, ​ເປີດ​ສະຫຼອງ​ຫ້ອງການ​ຕາງໜ້າ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ປະຈຳນະຄອນຫຼວງ ​ເຊີ​ອູ​ນ.

ຂ່າວ/ບົດ​ອື່ນ