ຫວຽດນາມ ຫວັງວ່າ ປະຊາຄົມໂລກຈະສືບຕໍ່ທຳຄວາມສະອາດໃນເນື້ອທີ່ດິນຖືກມົນລະພິດຍ້ອນລູກລະເບີດຝັງດິນ

ຫວຽດນາມ ຫວັງວ່າ ປະຊາຄົມໂລກຈະສືບຕໍ່ທຳຄວາມສະອາດໃນເນື້ອທີ່ດິນຖືກມົນລະພິດຍ້ອນລູກລະເບີດຝັງດິນ - ảnh 1
(ພາບປະກອບ)
(vovworld) - ພາຍຫຼັງ​ໄຊຊະນະ​​ໃນລະ​ດູ​ບານ​ໃໝ່ຄື​ວັນ​ທີ 30/04/1975, ຫວຽດນາມ ​ໄດ້​ທ້ອນ​ໂຮ​ມປະ​ເທດ​ຊາດ​ເປັນ​ປຶກ 1 ​ແຜ່ນ​ດຽວ​, ​ແຕ່​ມີ​ເນື້ອ​ທີ່​ດິນກວ່າ 20% (6,6 ລ້ານ​​​ແຮັກຕາ) ຖືກ​ມົນ​ລະ​ພິດ​ຍ້ອນ​ລູກ​ລະ​ເບີ​ດຝັງ​ດິນດ້ວຍລະ​ເບີດ​ໝາກ​ມິ່ນ, ວັດຖຸ​ລະ​ເບີດ​ປະມານ 800.000 ​ໂຕ​ນ​ທີ່​ຍັງ​ຕົກ​ຂ້າງ​ພາຍ​ຫຼັງ​ສົງຄາມ (ລວມທັງ​ ລະ​ເບີດ​ໝາກ​ມິ່ນ, ລູກປືນ​ໃຫຍ່, ​ແລະ ວັດ​ຖຸລະ​ເບີດ​ອື່ນໆ​ຢູ່​ໃຕ້​ດິນ). ຄຽງ​ຄ້າງ​ກັບ​ຄວາ​ມານະ​ພະຍາຍ​ຍາມ​ດ້ວຍ​ຕົນ​ເອງ, ຫວຽດນາມ ກໍ​ຂົນຂວາຍ​ການ​ໜູນ​ຊ່ວຍ​ຈາກ​ສາກົນ​ຢ່າງ​ຕັ້ງໜ້າ ​ແລະ ສົມທົບ​ກັບ​ບັນດາ​ປະ​ເທດ ​ແລະ ອົງການ​ສາກົນ​ຕ່າ​ງໆ, ນັບ​ທັງ​ອົງການ​ບໍ່​ຂຶ້ນ​ກັບລັດຖະບານ​ເພື່ອ​​ສຳ​ຫຼວດກວ​ດກາ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ລະ​ເບີດ​ໝາກ​ມິ່ນ ​ອັນໄດ້​ທຳຄວາມ​ສະອາດ​ໃນ 4% ເນື້ອ​ທີ່​ດິນທີ່​ຖືກ​ມົນ​ລະພິດ​ຍ້ອນລະ​ເບີດ​ໝາກ​ມິ່ນ. ຢູ່ ​Geneva, ທ່ານ​ດອກ​ເຕີ ຟ່າງ​ກວກ​ຈຸ, ຮອງ​ຫົວໜ້າ​ຄະ​ນະ​ຜູ້​ຕ່າງ​ໜ້າຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ສາກົນ​ຕ່າງໆ ​ໃຫ້​ຮູ້​ວ່າ ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ຄື​ດັ່ງກ່າວ ກໍ​ຍ້ອນລັດຖະບານ ​ແລະ ປະຊາ​ຊົນ​ຫວຽດນາມ ​ໄດ້​ຕັ້ງໜ້າ​ພະຍາຍາມ​ດຳ​ເນີນ​ການ​ສຳ​ຫຼວດ​ເກັບ​ກູ້ລະ​ເບີດ​ໝາກ​ມິ່ນທີ່​ຍັງ​ຕົກ​ຄ້າງ​ພາຍຫຼັງ​ສົງຄາມ​ໃນ​ຫຼາຍ​ສິບ​ປີຜ່ານມາ. ​ຄຽງ​ຂ້າງ​ນັ້ນ, ຫວຽດນາມ​ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ຫຼາຍ​ປະ​ເທດ​ຄື ຍີ່ປຸ່ນ, ອາ​ເມ​ລິ​ກາ, ​ນອກ​ແວ... ກໍ​ຄື​ບັນດາ​ອົງການ​ສາກົນ​ອື່ນໆ​ອີກ, ​ໃນ​ນັ້ນ​ມີ​ສູນ​ສຳ​ຫຼວດ​ເກັບ​ກູ້​ລູກລະ​ເບີດ​ໝາກ​ມິ່ນມະນຸດ​ສະຖຳສາກົນ Geneva, ອົງການ Golden West, ອົງການ​ອຸປະຖຳ​ປະຊາຊົນ​ນອກ​ແວ...

        ​ໂດຍ​ເຕື້ອງ​ເຖິງ​ບົດບາດ​ຂອງ​ຫວຽດນາມ ທີ່​ກອງ​ປະຊຸມ​ຫຼຸດ​ກຳລັງ​ທັບ (CD), ຕາມ​ທ່ານ ຟ້າ​ມກວ​ດຈຸ ​ແລ້ວ, ຫວຽດນາມ​​ໃນ​ຖານະ​ເປັນ​ສະມາຊິກ​ຢ່າງ​ເປັນ​ທາງ​ການ​ຂອງ CD ນັບ​ແຕ່​ປີ 1996, ຫວຽດນາມ ​ໄດ້​ສະ​ແດງ​​ໃຫ້​ເຫັນຢ່າງ​ຈະແຈ້ງ​ທັດສະນະ ​ແລະ ຫຼັກ​ໝັ້ນ​ຂອງ​ຕົນ​ກ່ຽວ​ກັບ​ບັນຫາຫຼຸດ​ກຳລັງ​ທັບ​ຂອງ​ຕົນ, ຮັກສາ​ສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ ກໍ​ຄື​ກ່ຽວ​ກັບ​ທຸກໆ​ບັນຫາ​ທີ່​ໄດ້​ປຶກສາ​ຫາລື​ຢ່າ​ງລະອຽດຢູ່​ວາທີ​ປາ​ໄສ​ຕ່າງໆ​ຂອງ CD.

ຂ່າວ/ບົດ​ອື່ນ