ຫວຽດນາມ - ອິນເດຍ ເຫັນດີເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດ

ຫວຽດນາມ - ອິນເດຍ ເຫັນດີເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ແລະ ​
ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narenda Modi
(ພາບ: VGP)


(vovworld) – ວັນ​ທີ 28/10, ທີ່​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narenda Modi, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ ສະໜັບສະໜູນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕ​າ​ເວັນ​ອອກ ຂອງ​ດິນ​ເດຍ, ​ໃນ​ນັ້ນ​ຫວຽດນາມ ​ແມ່ນ​ເສົາ​ຄ້ຳ​ສຳຄັນ ​ແລະ ​ແມ່ນ​ນະ​ໂຍບາຍ​ເຊື່ອມ​ຕໍ່​ທຸກ​ດ້ານ​ຂອງ​ດິນ​ເດຍ ຢູ່​ພາກ​ພື້ນ. ນາຍົກລັດ​ຖະມົນຕີທັງ 2 ທ່ານ​ໄດ້​ຢືນຢັນ​ຄຳ​ໝັ້ນສັນຍາພັດທະນາການ​ພົວພັນ​ຮ່ວມ​ມື​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ 2 ປະ​ເທດ​.

        ​ເນື່ອງ​ໃນ​ໂອກາດ​ນີ້, ນາຍົກລັດຖະມົນຕີ 2 ປະ​ເທດ ​ໄດ້​ເປັນ​ສັກ​ຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ສຳຄັນ​ໃນ​ບາງ​ຂົງ​ເຂດ​ຄື: ລາຍການ​ແລກປ່ຽນ​ວັດທະນະທຳ​ໄລຍະ 2015 – 2017; ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະຈາຍສຽງ​ລະຫວ່າງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ອິນ​ເດຍ; ຮ່າງຂໍ້​ຕົກລົງລະຫວ່າງ OVL ​ແລະ Petro Vietnam; ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ ONGC ​ແລະ Petro Vietnam.

     ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ບັນລຸ 15 ຕື້ USD ​ໃນ​ປີ 2020 ​ແລະ ສູ້​ຊົນ​ຈະ​ບັນລຸ​ສູງ​ກວ່າ; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ​ຄື: ນ້ຳມັນ​ອາຍ​ແກ​ດ, ພະລັງງານ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ, ທາດ​ເຄທີ, ຝຸ່ນ​ເຄມີ… ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ຕັ້ງໜ້າ​ເຂົ້າ​ຮ່ວມ​ລາຍການ “ຜະລິດ​ຢູ່​ອິນ​ເດຍ” ຂອງ​ອິນ​ເດຍ”.

     ທ່ານ​ນາຍົກລັດຖະມົນຕີ Modi ຖະ​ແຫຼ​ງວ່າ, ລັດຖະບານ​ອິນ​ເດຍ ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ຫວຽດນາມ ກູ້​ຢືມ​ປ້ອງ​ສິນ​ເຊື່ອ​ທີ່​ມີ​ມູນ​ຄ່າ 300 ລ້ານ USD ​ເພື່ອ​ນຳ​ເຂົ້າ​ວັດຖຸ​ດິບ​ໃຫ້​​ບາງ​ຂະ​ແໜງ​ເສດຖະກິດ.

    ພາຍຫຼັງ​ການ​ເຈລະຈາ, 2 ຝ່າຍ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຢ້ຽມຢາມ​ອິນ​ເດຍຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ຫງວຽນ​ເຕິ້ນຢຸ້ງ. ​ໃນ​ຖະ​ແຫຼ​ງການ​ຮ່ວມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມຫງວຽນ​ເຕິ້ນຢຸງ ​ແລະ ທ່ານ​ນາຍົກ​ລັດຖະມົນຕີ​ອິນ​ເດຍ Narenda Modi ​​ໄດ້​ຢັ້ງຢືນ​ຄືນ​​ເຖິງ: ​ຄຳ​ໝັ້ນ​ສັນຍາ​ພັດທະນາ​ຮອບດ້ານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນີ້. ນາຍົກລັດຖະມົນຕີທັງ 2 ທ່ານ​ຢືນຢັນ​ວ່າ: ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ແມ່ນ​ຈຸດໝາຍ​ຍຸດ​ທະ​ສາດຂອງ​ການ​ພົວພັນ 2 ຝ່າຍ ​ແລະ ຢັ້ງຢືນ​ວ່າ​ຈະ​ຊີ້​ນຳ​ນຳພາ​ບັນດາ​ອົງການ​ທີ່​ກ່ຽວຂ້ອງຂອງ 2 ຝ່າຍ​ນຳ​ໃຊ້​ບັນດາ​ກົນ​ໄກ​​ທີ່​ໄດ້​ສ້າງ​ຂຶ້ນ​ເພື່ອ​ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ. ນາຍົກ​ລັດ​ຖະ​ມົນຕີທັງ 2 ທ່ານ​ຢັ້ງຢືນ​ຄືນ​​ເຖິງ: ຄວາມ​ສຳຄັນ​ຂອງ​ການ​ລົງທຶນ​ສຳລັບ​ການ​ພັດທະນາ​ເສດຖະກິດ​ກໍ່​ຄື​ວິທີ​ການ​ສ້າງ​ສະພາບ​ແວດ​ລ້ອມ​ລະດົມ​ການ​ລົງທຶນ​ໃຫ້​​ໃຫຍ່ກ່ວາ ​ແລະ ຕີ​ລາຄາ​ສູງ​ການ​ຮ່ວມ​ມື, ສົມທົບກັນ​ລະ​ຫວ່າງ 2 ປະ​ເທດທີ່ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ; ພ້ອມ​ທັງ​ຢືນຢັນ​ຄືນ​ໃໝ່​ຄວາມປາດ​ຖະໜາ​​ ​ແລະ ຄວາມຕັດສິນ​ໃຈ​ພ້ອມກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ ​ແລະ ວັດທະນາ​ຖາວອນ​ຢູ່​ອາຊີ ​ແລະ ​ໃນ​​ໂລ​ກ; ກໍ່​ຄື​ຮຽກຮ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ບັນດາ​​ເສັ້ນ​ທາງບົນ​ທະ​ເລ,ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຕ້ານ​ໂຈນ​ສະ​ລັດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ.

ຂ່າວ/ບົດ​ອື່ນ