ຫວຽດ​ນາມ - ຮຸງ​ກາ​ຣີ ສືບ​ຕໍ່ຈັດ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 20 ມັງກອນ, ທ່ານ ເຈິ່ນແທັງເໝີ້ນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ໂອ້ລົມສົນທະນາກັບ ຄະນະຜູ້ແທນສະພາແຫ່ງຊາດ ຮຸງກາຣີ, ໂດຍທ່ານນາງ Marta Matrai, ຮອງປະທານຜູ້ທີໜຶ່ງຂອງສະພາແຫ່ງຊາດ ຮຸງກາຣີ ນຳໜ້າ, ເນື່ອງໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ຫວຽດ​ນາມ - ຮຸງ​ກາ​ຣີ ສືບ​ຕໍ່ຈັດ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ - ảnh 1ການໂອ້ລົມສົນທະນາ ລະຫວ່າງ ຫວຽດນາມ ແລະ ຮຸງກາຣີ (ພາບປະກອບ: TTXVN)

ທີ່ການໂອ້ລົມສົນທະນາ, ທ່ານ ເຈິ່ນແທັງເໝີນ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະມີຄວາມປາດຖະໜາ ຢາກ ເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານກັບ ຮຸງກາຣີ ຊຶ່ງແມ່ນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ຢູ່ ເອີລົບກາງ - ເອີລົບຕາເວັນອອກ. ທ່ານເຈິ່ນແທັງເໝີ້ນ ປາດຖະໜາກຢາກ ໃຫ້ສອງຝ່າຍສືບຕໍ່ຮັກສາການສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ, ສືບຕໍ່ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະການນຳຂັ້ນສູງ ຂອງ ສະພາແຫ່ງຊາດພາຍຫຼັງ ຄວບຄຸມໄດ້ໂລກລະບາດໂຄວິດ - 19, ພ້ອມທັງເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ.

ສ່ວນທ່ານນາງ Marta Matrai ໄດ້ສະແດງຄວາມປາດຖະໜາຢາກໃຫ້ສະພາແຫ່ງຊາດສອງປະເທດ ສືບຕໍ່ຈັດການເຄື່ອນໄຫວຕ່າງໆ ເພື່ອແນໃສ່ແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການ ລະຫວ່າງສະພາແຫ່ງຊາດສອງປະເທດ, ນຳການພົວພັນຮ່ວມມື ລະຫວ່າງສອງປະເທດເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ