ຫວຽດ​ນາມ​ ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເດືອນ​ເມ​ສາ

(VOVWORLD) - ຕອນບ່າຍວັນທີ 1 ເມສາ (ຕາມເວລາ ອາເມລິກາ), ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຈະເປັນປະທານການຖະແຫຼງຂ່າວ ຢູ່ສຳນັກງານ ສປຊ ກ່ຽວກັບໂຄງການດຳເນີນງານຂອງ ສະພາຄວາມໝັ້ນຄົງ ໃນເດືອນເມສາ
ຫວຽດ​ນາມ​ ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເດືອນ​ເມ​ສາ - ảnh 1ຫວຽດນາມ ຮັບດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ

ນີ້ແມ່ນຄັ້ງທີ 2 ຫວຽດນາມ ດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ໃນອາຍຸ 2020 – 2021. ຄັ້ງທີ 1 ແມ່ນເດືອນມັງກອນປີ 2020. ໂດຍກ່ຽວຂ້ອງເຖິງບັນດາເນື້ອໃນ ທີ່ ຫວຽດນາມ ຈະບຸລິມະສິດຊຸກຍູ້ໃນເດືອນເປັນປະທານຂອງຕົນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ:

        ນອກຈາກບັນດາບັນຫາທີ່ນອນໃນ ໂຄງການປະຈຳໄລຍະຂອງເດືອນເມສາແລ້ວ, ຫວຽດນາມ ກໍ່ຈະຊຸກຍູ້ 4 ເຫດການທີ່ມີຄວາມປະດິດຄິດສ້າງສະເພາະ. ເຫດການສຳຄັນທີ່ສຸດຈະດຳເນີນໃນວັນທີ 19 ເມສາ. ນີ້ແມ່ນການປຶກສາຫາລືເປີດ ກ່ຽວກັບການເພີ່ມທະວີການຮ່ວມມື ລະຫວ່າງ ສປຊ, ບັນດາອົງການໃນພາກພື້ນ ແລະ ອະນຸພາກພື້ນ ໃນການຊຸກຍູ້ການໂອ້ລົມສົນທະນາ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອສະກັດກັ້ນການປະທະກັນ. ເຫດການສຳຄັນທີ 2 ຈະດຳເນີນໃນວັນທີ 8 ເມສາ, ແມ່ນການປຶກສາຫາລືເປີດກ່ຽວກັບລູກລະເບີດທີ່ຍັງບໍ່ທັນແຕກ. ເຫດການທີ 3 ຈະໄດ້ຈັດໃນວັນທີ 28 ເມສາ, ແມ່ນການປຶກສາຫາລືເປີດກ່ຽວກັບບັນດາມາດຕະການປ້ອງກັນພື້ນຖານໂຄງລ່າງທີ່ຈຳເປັນຕໍ່ຊີວິດການເປັນຢູ່ຂອງສາມັນຊົນ, ນີ້ກໍ່ແມ່ນຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຈາກສາກົນ. ເຫດການສຸດທ້າຍທີ່ຫວຽດນາມ ຈະຈັດໃນວັນທີ 14 ເມສາ ແມ່ນການປຶກສາຫາລືກ່ຽວກັບການໃຊ້ຄວາມຮຸນແຮງໃນການຮ່ວມເພດ.

        ຕອນບ່າຍວັນທີ 1 ເມສາ (ຕາມເວລາ ອາເມລິກາ), ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຈະເປັນປະທານການຖະແຫຼງຂ່າວ ຢູ່ສຳນັກງານ ສປຊ ກ່ຽວກັບໂຄງການດຳເນີນງານຂອງ ສະພາຄວາມໝັ້ນຄົງ ໃນເດືອນເມສາ

        ຟ້າມຫວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ