ຫວຽດນາມ ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ຊາວໜຸ່ມ, ສັນຕິພາບ ​ແລະ ຄວາມໝັ້ນຄົງ

(VOVWORLD) - ວັນທີ 27 ເມສາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງວາລະປະຊຸມທາງອອນລາຍຢ່າງເປີດເຜີຍ ກ່ຽວກັບຫົວເລື່ອງ ຊາວໜຸ່ມ, ສັນຕິພາບ ແລະ ຄວາມໝັ້ນຄົງ. ນີ້ແມ່ນວາລະປະຊຸມສະເຫຼີມສະຫຼອງ 5 ປີ ແຫ່ງ ວັນສະພາຄວາມໝັ້ນຄົງໄດ້ນໍາໂຄງການດັ່ງກ່າວມາປຶກສາຫາລືຢ່າງເປັນທາງການຕາມມະຕິເລກທີ 2250.
ຫວຽດນາມ ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ຊາວໜຸ່ມ, ສັນຕິພາບ ​ແລະ ຄວາມໝັ້ນຄົງ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ (ພາບ: TTXVN)

        ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນການຜັນຂະຫຍາຍໂຄງການດັ່ງກ່າວໃຫ້ມີປະສິດທິຜົນ ແລະ ສະເໜີໃຫ້ເພີ່ມທະວີຄວາມມານະພະຍາຍາມໃນການຍົກສູງຄວາມຮັບຮູ້ລວມ ກ່ຽວກັບບົດບາດຂອງຊາວໜຸ່ມ, ພິເສດແມ່ນຊາວໜຸ່ມຍິງ. ພ້ອມທັງລົງທຶນກໍ່ສ້າງ ແລະ ຜັນຂະຫຍາຍຍຸດທະສາດຮອບດ້ານກ່ຽວກັບຊາວໜຸ່ມ ດ້ວຍຈຸດສຸມແມ່ນການສຶກສາ ແລະ ເສີມຂະຫຍາຍວັດທະນະທໍາສັນຕິພາບ ເພື່ອແຜ່ຂະຫຍາຍບັນດາຄຸນຄ່າຂອງສັນຕິພາບ, ສະຫງົບສຸກ ແລະ ນໍ້າໃຈໂອບເອື້ອອາລີ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ຜົນສໍາເລັດຂອງບັນດາຂໍ້ລິເລີ່ມກ່ຽວກັບວຽກງານສະກັດກັ້ນ ແລະ ແກ້ໄຂການປະທະກັນ ແລະ ໄກ່ເກ່ຍປອງດອງຊາດ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນກ່ຽວກັບວຽກງານຊາວໜຸ່ມ, ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ, ໃນນັ້ນ, ແບ່ງປັນປະສົບການຂອງ ອາຊຽນ ກ່ຽວກັບການສ້າງບັນດາກົນໄກຮ່ວມມືກ່ຽວກັບຊາວໜຸ່ມ, ຈັດຕັ້ງການໂອ້ລົມສົນທະນາປະຈໍາປີລະຫວ່າງການນໍາບັນດາປະເທດ ອາຊຽນ ກັບບັນດາຜູ້ຕາງໜ້າຊາວໜຸ່ມ.

 ຟ້າມຮວັນ - ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ