ຫວຽດນາມ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ - ảnh 1
(ພາບປະກອບ)
(vovworld) - ​​ ວັນ​ທີ 06/05, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ຟຸງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ, ​ໄດ້​ເດີນທາງ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມລັດຖະມົນຕີ​ປ້ອງ​ກັນ​ປະ​ເທ​ດ ບັນດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 7 (ADMM - 7) ຢູ່​ບຣຸ​ໄນ. ​ໃນ​ລະຫວ່າງ​ວັນ​ທີ 06 – 08/05, ທີ່​ກອງ​ປະຊຸມ ADMM – 7, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຈະ​ປຶກສາ​ຫາລື, ​ແບ່ງປັນ​ບັນດາ​ບັນຫາ​ປ້ອງ​ກັນຊາ​ດ, ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ໃນ​ຂອບ​ເຂດ​ກອງ​ປະຊຸມ ADMM/ADMM+, ​ເພື່ອ​ຈຸດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ​ລວມຂອງ​ພາກ​ພື້ນ. ຄາດ​ວ່າ, ກອງ​ປະຊຸມ​ຈະ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ບັນດາ​ຂໍ້​ລິ​ເລີ່​ມຮ່ວມ​ມື​ໃໝ່ເຊິ່ງລວມມີ; ສ້າງ​ຕັ້ງ​ລາຍການ​ພົບ​ປະ​ແລກ​ປ່ຽນ​ດ້ານ​ປ້ອງ​ກັນຊາ​ດລະ​ຫວ່າງບັນດາ​ປະ​ເທດ​ອາ​ຊຽນ; ສ້າງ​ຕັ້ງ​ຂອບ​ເຂດ​ໜູນ​ຊ່ວຍ​ພະລາທິການ​ບັນດາ​ປະ​ເທດ​ອາ​ຊຽນ, ສ້າງ​ຕັ້ງ​ກຸ່ມ​ຊ່ຽວຊານການ​ແກ້​ໄຂຜົນ​​ຮ້າຍ​ຈາກ​ລະ​ເບີດ​ໝາກ​ມີ່ນພາຍຫຼັງ​ສົງຄາ​ມ​ໃນ​ຂອບ​ເຂດ​ກອງ​ປະຊຸມ ADMM+, ດ້ວຍ​ຊື່ວ່າ “​ການ​​ເກບກູ້​ລະ​ເບີດ​ໝາກ​ມີ່​ນມະນຸດ​ສະທຳ”. ຫົວ​ຂໍ້​ຂອງ ADMM – 7 ​ແມ່ນ “ພ້ອມ​ກັນ​ປົກ​ປ້ອງ​ພົນລະ​ເມືອງ ​ແລະ ອະນາຄົດ​ຂອງ​ພວກ​ເຮົາ”, ຂໍ້​ລິ​ເລີ່​ມຂອງ​ຫວຽດນາມ ກ່ຽວ​ກັບ​ກາ​ນສ້າງ​ຕັ້ງ “​ຊ່ຽວຊານ​​ເກ​ບກູ້​ລະ​ເບີດ​ໝາກ​ມີ່​ນມະນຸດ​ສະທຳ” ​ໄດ້​ຮັບ​ຕີ​ລາຄາ​ວ່າ​ແມ່ນ​ເໝາະ​ສົມ, ​ແທດ​​ເໝາະ​ກັບ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ປີ​ນີ້ ​ແລະ ​ສະໜັບສະໜູນ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກບັນດາ​ປະ​ເທດ​ເຂົ້າ​ຮ່ວມ, ຍ້ອນ​ນີ້​ແມ່ນ​ບັນຫາ​ທີ່​ມີ​ຄວາມ​ສົນ​ໃຈ​ບໍ່​ພຽງ​ແຕ່​ຂອງສະ​ເພາະ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ຂອງ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ