ຫວຽດນາມ ເຂົ້າຮ່ວມງານມະໂຫລານຮູບເງົາສາກົນ Cairo ຄັ້ງທີ 39

(VOVWORLD) - ຕອນຄ່ຳວັນທີ 30 ພະຈິກ, ງານມະໂຫລານຮູບເງົາສາກົນ Cairo ຄັ້ງທີ 39 ໄດ້ອັດລົງ. ຮູບເງົາ “ເກາະຂອງຄົນຢູ່ອາໄສ” ຂອງຜູ້ກຳກັບ ຟ້າມທິຮົ່ວແອ໋ງ
ຫວຽດນາມ ເຂົ້າຮ່ວມງານມະໂຫລານຮູບເງົາສາກົນ Cairo ຄັ້ງທີ 39 - ảnh 1  ຮູບເງົາຂອງຜູ້ກຳກັບ ຟ້າມທິຮົ່ວແອ໋ງ ແມ່ນໜຶ່ງໃນຈຳນວນຮູບເງົາມ່ວນທີ່ສຸດ 16 ເລື່ອງທີ່ໄດ້ຮັບການຄັດເລືອກເຂົ້າຮອບຊິງຊະນະເລີດ

ແມ່ນໜຶ່ງໃນຈຳນວນຮູບເງົາມ່ວນທີ່ສຸດ 16 ເລື່ອງທີ່ໄດ້ຮັບການຄັດເລືອກເຂົ້າຮອບຊິງຊະນະເລີດ.

        ງານມະໂຫລານຮູບເງົາສາກົນ Cairo ແມ່ນໜຶ່ງໃນຈຳນວນ 15 ງານມະໂຫລານຮູບເງົາທີ່ມີອິດທິພົນຊື່ສຽງ ແລະ ໃຫຍ່ທີ່ສຸດຂອງໂລກ, ໂດຍກະຊວງວັດທະນະທຳ ອີຢິບ ຈັດຕັ້ງ. ງານມະໂຫລານຮູບເວົາສາກົນ Cairo ຍາມໃດກໍດຶງດູດບັນດານັກກຳກັບຮູບເງົາ, ບໍລິສັດຮູບເງົາ, ນັກສະແດງທີ່ລືຊື່ໃນໂລກເຂົ້າຮ່ວມ. ປີນີ້, ມີຮູບເງົາ 175 ເລື່ອງຂອງບັນດານັກກຳກັບຮູບເງົາທີ່ມາຈາກ 53 ປະເທດເຂົ້າຮ່ວມງານມະໂຫລານ. ນັກກຳກັບຮູບເງົາ ຟ້າມທິຮົ່ວແອ໋ງ ແບ່ງປັນວ່າ:

        “ຂ້າພະເຈົ້າທອດຖອນບົດຮຽນໄດ້ຫລາຍຢ່າງ, ຄືບົດຮຽນກ່ຽວກັບການເລົ່າເລື່ອງ, ຖ່າຍທຳຮູບເງົາ, ເຮັດວຽກກັບນັກສະແດງກໍ່ຄືການເລືອກເຟັ້ນຫົວເລື່ອງ. ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ ຍ້ອນວ່າຮູບເງົາເລື່ອງທຳອິດຂອງຕົນ ໄດ້ຮັບຄວາມສົນໃຈຢ່າງຕັ້ງໜ້າ, ມີຫລາຍຄຳເຫັນ, ຊ້ຳບໍ່ໜຳຍັງມີການໂຕ້ວາທີອີກ. ທັງໝົດເຫຼົ່ານັ້ນ ແມ່ນບົດຮຽນອັນລ້ຳຄ່າ ເພື່ອໃຫ້ຮູບເງົາເລື່ອງທີ 2 ສຳເລັດບໍລິບູນ ແລະ ດີກ່ວາ.

 

ຕອບກັບ

ຂ່າວ/ບົດ​ອື່ນ