ຫວຽດນາມ ເຂົົ້າຮ່ວມ COP-17 ​

   ວັນ​ທີ 6/12, ກອງ​ປະຊຸມ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຄັ້ງທີ 17 ຫລື COP-17 ​ໄດ້​ເລີ່​ມຈັດ​ວາລະ​ປຶກສາ​ຫາລື​ຂັ້ນສູງ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຈກາງ​ຂອງ​ກອງ​ປະຊຸມ Durban ປະ​ເທດ​ອາ​ຟຼິກກາ​ໃຕ້. ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ​ສິ່ງ​ແວດ​ລ້ອມ​ເຈີ່​ນຮົ່ງຮ່າ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຂົ້າຮ່ວມ​ບັນດາວາລະ​ປຶກສາ​ຫາລື​ຂັ້ນສູງ ​ແລະ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ​ປະ​ເທດ​ສະມາຊິກ​ຂອງ​ສົນທິສັນຍາ​ແມ່​ຂອງ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຄື: ອາ​ເມ​ລິ​ກາ, ຍີ່ປຸ່ນ, ອົດ​ສະ​ຕາ​ລີ… ກ່ຽວ​ກັບ​ບັນດາ​ຫົວ​ເລື່ອງ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ຄັ້ງນີ້. ບັນດາວາລະ​ປຶກສາ​ຫາລື​ຂັ້ນສູງຂອງ COP-17 ​ໄດ້​ສຸມ​ໃສ່​ການ​ເຈລະຈາ​ເພື່ອ​ແນ​ໃສ່​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຂອງ COP-17 ລະຫວ່າງ​ບັນດາ​ກຸ່ມປະ​ເທດ​, ພິ​ເສດ​ແມ່ນ​ສ້າງ ​ແລະ​ໃຫ້​ຄຳໝັ້ນສັນຍາ​ກ່ຽວ​ກັບ​ໄລຍະ 2 ຂອງ​ອະນຸ​ສັນຍາ​ກຽວ​ໂຕ, ຜັນ​ຂະຫຍາຍ​ກອງ​ທຶນ​ດິນ​ຟ້າ​ອາກາດ​ຂຽວ…

ຂ່າວ/ບົດ​ອື່ນ