ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກໆປະເທດ

ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກໆປະເທດ - ảnh 1
(ພາບ: qdnd.vn)
(vovworld) -     ວັນ​ທີ 20/02, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈິ​ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຕ້ອນຮັບ​ຄະນະທີ່​ປຶກສາ​ດ້ານ​ການ​ທະຫານ​ບັນດາ​ປະ​ເທດ​ປະຈຳ​ຫວຽດນາມ. ຕາງໜ້າ​ໃຫ້ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ ຫງວຽນ​ຈິ​ວິ້ງ ຢືນຢັນ​ວ່າ ຫວຽດນາມ ປະຕິບັດ​ແຜນ​ນະ​ໂຍບາຍ​ຫັນ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ, ​ເປັນ​ເພື່ອນ​ມິດ, ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ. ​ເນື່ອງ​ໃນ​ໂອກາດ​ນີ້, ພົນ​ໂທ ຫງວຽນ​ຈິ​ວິ້ງ ຝາກ​ຄຳ​​ຂອບ​ອົກ​ຂອບໃຈ​ເຖິງ​ການ​ນຳ​ທະຫານ​ບັນດາ​ປະ​ເທດ​ທີ່ໄດ້ສະໜັບສະໜູນ, ຊ່ວຍ​ເຫຼືອ​ກອງທັບ​ປະຊາຊົນ​ຫວຽດນາມ; ຂໍ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງທີ່​ປຶກສາ​ດ້ານ​ການ​ທະຫານປະ​ເທດ​ເຫຼົ່າ​ນັ້ນກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ບັນດາທີ່​ປຶກສາດ້ານ​ການ​ທະຫານ​ຈະ​ສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ກອງທັບ​ປະຊາຊົນ​ຫວຽດນາມ ກັບ​ກອງທັບ​ຂອງ​ແຕ່ລະ​ປະ​ເທດ​ ​​ໃຫ້ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ພັດທະນາ, ​ກ້າວເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ປະ​ກອບ​ສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາວັດ​ຖະນາ​ຖາວອນ.
ຂ່າວ/ບົດ​ອື່ນ