ຫວຽດນາມ ແລະ ຈີນ ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະ ທ່ອງທ່ຽວ

ຫວຽດນາມ ແລະ ຈີນ ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະ ທ່ອງທ່ຽວ - ảnh 1
ເວທີ​ປາ​ໄສ​ເສດຖະກິດ, ການ​ຄ້າ ​ແລະ
ທ່ອງ​ທ່ຽວ​ຫວຽດນາມ - ກວາງຕຸ້ງ
( ພາບ: baomoi.com )


(vovworld) -     “​ເວທີ​ປາ​ໄສ​ເສດຖະກິດ, ການ​ຄ້າ ​ແລະ ທ່ອງ​ທ່ຽວ​ຫວຽດນາມ - ກວາງຕຸ້ງ” ​ເຊິ່ງ​ຈັດ​ຂຶ້ນໃນ​ຕອນ​ບ່າຍ​ວັນ​ທີ 30/8, ຢູ່​ກວາງ​ເຈົາ, ປະ​ເທດຈີນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ​ 67 ປີ​ແຫ່ງ​ວັນ​ສະຖາປະນາ ສ.ສ ຫວຽດນາມ (02/09/1945 – 02/09/2012). ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ​ຄຳ​ເຫັນ, ​ແນະນຳ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ທ່ອງ​ທ່ຽວ​ຢູ່​ຫວຽດນາມ ກໍ​ຄືກ​ວາງ​ຕຸ​ງ. ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ “​ເວທີ​ປາ​ໄສ​ເສດຖະກິດ, ການ​ຄ້າ ​ແລະ ທ່ອງ​ທ່ຽວ​ຫວຽດນາມ - ກວາງຕຸ້ງ” ຄັ້ງ​ນີ້​ມີ​ຄວາມ​ໝາຍ​ໃຫຍ່​ຫຼວງ, ​ແທດ​ຈິງ​ທີ່​ມີ​ຕໍ່​ບັນດາ​ການ​ນຳ, ວິ​ສາ​ຫະກິດ ​ແລະ ບັນດານັກ​ລົງທຶນ​ຂອງ​ສອງ​ຝ່າຍ. ບັນດາ​ຜູ້​ແທນ​ຖື​ວ່າ ສອງ​ຝ່າຍ​ຄວນ​ສ້າງ​ເງື່ອນ​ໄຂ​​ສະດວກ​​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ກວາງຕຸ້​ງ ​​ເປີດ​ກວ້າງ​ຂອບ​ຂະ​ໜາດນຳ​ເຂົ້າ​ບັນດາ​ຜະລິດ​ຕະພັນ​​ທີ່ຫວຽດນາມ ​ມີ​ທ່າ​ແຮງຄື; ຜັກ, ໝາກ​ໄມ້, ສິນ​ໃນ​ນ້ຳ, ​ເຄື່ອງ​​ເຟີ​ນີ​ເຈີ…

ຕອນ​ຄໍ່າ​ວັນ​ດຽວ​ກັນ, ກົງ​ສູນ​ໃຫຍ່​​ຫວຽດນາມ ປະຈຳ​ກວາງ​ເຈົາ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 67 ປີ​ແຫ່ງ​ວັນສະຖາປະນາປະ​ເທດ​ຫວຽດນາມ 02/09, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ແຂວງ​ກວາງຕຸ້​ງ; ຜູ້​ຕາງໜ້າກົງ​ສູນ​ໃຫຍ່​ຂອງ 40 ປະ​ເທດ​ປະຈຳກວາງຕຸ້ງ.

ຂ່າວ/ບົດ​ອື່ນ