ຫວຽດນາມ ແລະ ຝລັ່ງ ຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ຊັບສິນທາງປັນຍາຂັ້ນທ້ອງຖິ່ນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ຄະນະມີການເຮັດວຽກກັບສະຖາບັນສິດທິບັດແບບອຸດສາຫະກຳ ຝລັ່ງ (INPI) ແລະ ສະຖາບັນແຫ່ງຊາດກ່ຽວກັບຕົ້ນກຳເນີດ ແລະ ຄຸນນະພາບ (INAO).
ຫວຽດນາມ ແລະ ຝລັ່ງ ຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ຊັບສິນທາງປັນຍາຂັ້ນທ້ອງຖິ່ນ - ảnh 1ຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເຮັດວຽກຢູ່ສະຖາບັນສິດທິບັດແບບອຸດສາຫະກຳ ຝລັ່ງ (INPI) (ພາບ: TTXVN)

ແຕ່ວັນທີ 9 – 12 ກັນຍາ, ຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ນຳໂດຍທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຢາງ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ບາງອົງການຂອງ ສ. ຝລັ່ງ ເພື່ອແນໃສ່ຊອກຮູ້, ແລກປ່ຽນ ແລະ ຄົ້ນຄ້ວາບົດຮຽນ, ຮູບແບບການຄຸ້ມຄອງ, ກໍ່ຄືກົນໄກນະໂຍບາຍໃນການຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ, ຊັບສິນທາງປັນຍາ, ຄຸ້ມຄອງຕົ້ນກຳເນີດ ແລະ ຄຸນນະພາບຜະລິດຕະພັນ, ສິນຄ້າຢູ່ປະເທດນີ້.

        ໃນຂອບເຂດການຢ້ຽມຢາມ, ຄະນະມີການເຮັດວຽກກັບສະຖາບັນສິດທິບັດແບບອຸດສາຫະກຳ ຝລັ່ງ (INPI) ແລະ ສະຖາບັນແຫ່ງຊາດກ່ຽວກັບຕົ້ນກຳເນີດ ແລະ ຄຸນນະພາບ (INAO). ສອງຝ່າຍແລກປ່ຽນ, ແບ່ງປັນບົດຮຽນຂອງຝລັ່ງໃນການຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ຊັບສິນທາງປັນຍາລະດັບຊາດ, ກໍ່ຄືຜັນຂະຫຍາຍຢູ່ຂັ້ນເຂດ, ພາກ, ທ້ອງຖິ່ນ, ພິເສດແມ່ນວິທີການຜັນຂະຫຍາຍໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍໃນການອາລັກຂາ ແລະ ຫັນຊັບສິນທາງປັນຍາເປັນການຄ້າ, ກໍ່ຄືການເຄື່ອນໄຫວອາລັກຂາ, ຄຸ້ມຄອງ, ຄວບຄຸມ ຊີ້ນຳພູມສາດ ແລະ ບັນດາເອກະສານອາລັກຂາສະບັບອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ