ຫວຽດນາມ ແລະ ໄທ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) - ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ 2 ກະຊວງການຕ່າງປະເທດສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ
ຫວຽດນາມ ແລະ ໄທ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ  ບຸຍແທັງເຊີນ ຕ້ອນຮັບທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ໄທ ສຸວັນ ຈະເລີນສຸວັນ
(ພາບ: baoquocte.vn)

        ຕອນບ່າຍວັນທີ 12 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ໄທ ສຸວັນ ຈະເລີນສຸວັນ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງ ຫວຽດນາມ - ໄທ ຄັ້ງທີ 9. ຢູ່ທີ່ນີ້, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ 2 ກະຊວງການຕ່າງປະເທດສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ໂດຍສະເພາະແມ່ນໃນປີນີ້, ປີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ (2013 -2023); ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດໃໝ່, ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການຫັນປ່ຽນພະລັງງານ… ທ່ານລັດຖະມົນຕີ ບຸຍແທັງເຊີນ ກໍ່ສະເໜີໃຫ້ 2 ຝ່າຍຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ສະຫະປະຊາຊາດ, ອາຊຽນ ແລະ ການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ.

        ສ່ວນທ່ານຮອງລັດຖະມົນຕີີຜູ້ປະຈຳການກະຊວງການຕ່າງປະເທດ ໄທ ສະຣັດ ຈະເລີນສຸວັນ ຢືນຢັນວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ໄທ ຢູ່ພາກພື້ນ; ເຫັນດີນຳກັນວ່າ 2 ຝ່າຍຕ້ອງສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ, ເພີ່ມທະວີການຮ່ວມມືໃນບັນດາກົນໄກພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ