ຫວຽດນາມ - ໂປໂລຍ: ການພົວພັນທີ່ເປັນມູນເຊື້ອ ແລະ ໝັ້ນຄົງ

ຫວຽດນາມ - ໂປໂລຍ: ການພົວພັນທີ່ເປັນມູນເຊື້ອ ແລະ ໝັ້ນຄົງ - ảnh 1
(ພາບປະກອບ)

(vovworld) – “ມູນ​ເຊື້ອ​ຮັກ​ຊາດ ​ແລະ ຕໍ່​ສູ້​ເພື່ອ​ເອກະລາດ​ຊົນ​ຊາດ ​ແມ່ນ​​ແຫຼ່ງ​ກຳ​ເນີດສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ມາ​ແຕ່​ດົນ​ນານ​ລະຫວ່າງ​ປະ​ຊາ​ຊົນ​ຫວຽດນາມ ​ແລະ ​ໂປ​ໂລ​ຍ”. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ຢັ້ນຢືນ​ທີ່​ການ​ພົບ​ປະສັງ​ສັນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ​ວັນ​ເອກະລາດ ສ.ໂປ​ໂລ​ຍ (11/11/1918), ​ໂດຍ​ສະຫະ​ພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ, ສະມາຄົມ​ມິດຕະພາບ​ຫວຽດນາມ - ໂປ​ໂລ​ຍ ນະຄອນຈັດ​ຕັ້ງ​ໃນ​ຕອນ​ຄໍ່າ​ວັນ​ທີ 07/11, ຢູຸ່ນະຄອນ​​ໂຮ່​​ຈິ​ມິນ. ຫວຽດນາມ ​ແລະ ໂປ​ໂລ​ຍ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​​ເມື່ອ​ປີ 1950. ໂປ​ໂລ​ຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຳ​ອິດ​ຮັບ​ຮູ້​ປະ​ເທດສາທາລະນະລັດປະຊາທິປະ​ໄຕ ຫວຽດນາມ ​ແລະ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່ ​ແລະ ສະໜັບສະໜູນ, ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ຕະຫຼອດ​​ໄລຍະ​ຕໍ່​ຕ້ານ 2 ຄັ້ງ. ພິ​ເສດ​ໃນ​ປີ​ນີ້, ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ​ໄດ້ ​ແລະ ພວມ​ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ນ້ຳ​ໃຈ​ມິດຕະພາບ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ​ Barbara Szymanowska, ເອກ​ອັກຄະ​ລັດຖະທູດສ.ໂປ​ໂລ​ຍ ປະຈຳ​ຫວຽດນາມ ​ເນັ້ນ​ໜັກວ່າ.

        “ວັນ​ບຸນ​ເອກະລາດ ​ແມ່ນ​ໂອກາດ​ທີ​ໜ້າເອກອ້າງທະນົງ​ໃຈ ພິ​ເສດ​ສຳລັບ​ປະຊາ​ຊົນໂປ​ໂລ​ຍ ​ແຕ່ລະຄົນ ​ແລະ ຂ້າພະ​ເຈົ້າ​ເຊື່ອມ​ໝັ້ນ​ວ່າ, ບັນດາ​ເພື່ອນ​ມິດ​ຫວຽດນາມ ກໍ່​ຄື​ກັນ. ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ໂປ​ໂລ​ຍ ​ແລະ ບັນດາ​ເຫດການ​ອື່ນໆ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວມ​​ເຮົາ​ມີ​ເພື່ອນ​ມິດ​ຫຼາຍ​ຄົນ​ຢູ່​ຫວຽດນາມ, ​ເຊິ່ງ​​ແມ່ນປະ​ເທດ​ຫ່າງ​ໄກ່ໂປ​ໂລ​ຍ ​ດ້ານ​ພູມ​ສາດ​ກໍ່ຕາມ, ​ແຕ່​ຍາມ​ໃດ​ກໍ່​ໃກ້ຊິດ​ສະ​ໜິດ​ສະ​ໜົມ ໃນ​ການ​ພົວພັນ​ສາມັກຄີມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ