ຫົວໜ້າຄະນະຈັດຕັ້ງສູນກາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ກວາງຕຸງ (ຈີນ)

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ, ວັນທີ 26 ມັງກອນ, ທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມແຂວງ ກວາງຕຸງ

ຫົວໜ້າຄະນະຈັດຕັ້ງສູນກາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ກວາງຕຸງ (ຈີນ) - ảnh 1 ທ່ານຫົວໜ້າຄະນະຈັດຕັ້ງສູນກາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ກວາງຕຸງ (ຈີນ)

(ພາບ: TTXVN)

ແລະ ມີການເຈລະຈາກັບທ່ານ ລີຊີ (Li Xi), ກຳມະການກົມການເມືອງ, ເລຂາຄະນະພັກແຂວງ ກວາງຕຸງ.

        ທີ່ການພົບປະເຈລະຈາ, ທ່ານລີຊີ ໄດ້ແນະນຳກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ບັນດາວຽກງານກໍ່ສ້າງພັກຂອງທ້ອງຖີ່ນ, ກ່ຽວກັບການພົວພັນ, ພົບປະແລກປ່ຽນ ແລະ ການຮ່ວມມືລະຫວ່າງແຂວງ ກວາງຕຸງ ກັບ ຫວຽດນາມ ໃນໄລຍະຜ່ານມາ, ລົງເລິກເຂົ້າໃນການແລກປ່ຽນກ່ຽວກັບທິດທາງເພີ່ມທະວີການຮ່ວມມືລະຫວ່າງແຂວງ ກວາງຕຸງ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.

ສ່ວນທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ກໍ່ສະເໜີເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືທາງດ້ານເສດຖະກິດ - ການຄ້າ, ການທ່ອງທ່ຽວ, ວັດທະນະທຳ, ການບຳລຸງສ້າງພະນັກງານ, ການແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກລະຫວ່າງແຂວງ ກວາງຕຸງ ກັບບັນດາແຂວງ, ນະຄອນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ