ຫາງ​ສຽງ ອາ​ເມ​ລິ​ກາ ຕີ​ລາ​ຄ​າ​ສູງ​ບັນ​ດາ​ມາດ​ຕະ​ການ​ຂອງ​ທຳ​ນຽບ​ຂາວ ເພື່ອຮັບ​ມື​ກັບ​ການ​ກະ​ທຳ​ໃຊ້​ຄວາ​ມ​ຮຸນ​ແຮງ​ແນ​ໃສ່​ຊາວ ອາ​ເມ​ລິ​ກາ ເຊື້ອ​ຊາດ ອາ​ຊີ

(VOVWORLD) -ວົງການທະນາຍຄວາມ ແລະ ນັກສ້າງກົດໝາຍຊາວ ອາເມລິກາ ເຊື້ອຊາດ ອາຊີ ໄດ້ສະແດງຄວາມຊົມເຊີຍທຳນຽບຂາວ ທີ່ໄດ້ມີການກະທຳຫຼາຍຢ່າງແນໃສ່ແກ້ໄຂສະພາບການໃຊ້ຄວາມຮຸນແຮງ ສຳລັບຊາວ ອາເມລິກາ ເຊື້ອຊາດ ອາຊີ ທີ່ນັບມື້ນັບເພີ່ມຂຶ້ນ ພາຍຫຼັງເຫດຍິງປືນຢູ່ນະຄອນ Atlanta ເຮັດໃຫ້ແມ່ຍິງຊາວ ອາເມລິກາ ເຊື້ອຊາດ ອາຊີ 6 ຄົນ ເສຍຊີວິດ.  
ຫາງ​ສຽງ ອາ​ເມ​ລິ​ກາ ຕີ​ລາ​ຄ​າ​ສູງ​ບັນ​ດາ​ມາດ​ຕະ​ການ​ຂອງ​ທຳ​ນຽບ​ຂາວ ເພື່ອຮັບ​ມື​ກັບ​ການ​ກະ​ທຳ​ໃຊ້​ຄວາ​ມ​ຮຸນ​ແຮງ​ແນ​ໃສ່​ຊາວ ອາ​ເມ​ລິ​ກາ ເຊື້ອ​ຊາດ ອາ​ຊີ - ảnh 1ປະຊາຊົນເດີນຂະບວນເພື່ອຄັດຄ້ານການໃຊ້ຄວາມຮຸນແຮງສຳລັບ ຊາວ ອາເມລິກາ ເຊື້ອຊາດ ອາຊີ ໃນວັນທີ 27 ມີນາ (ພາບ:THX/TTXVN)

ທ່ານ Judy Chu ປະທານປະຊາຄົມຊາວ ອາເມລິກາ ເຊື້ອຊາດ ອາຊີ - ປາຊີຟິກ (AAPI) ປະຈຳ ສະພາແຫ່ງຊາດ ອາເມລິກາ ໄດ້ຕີລາຄາສູງທ່ານປະທານາທິບໍດີ Joe Biden  ທີ່ໄດ້ມີການຊີ້ນຳນຳພາ ເພື່ອແນໃສ່ຮັບປະກັນວ່າ ຄວາມປອດໄພ ແລະ ສຸຂະພາບຂອງປະຊາຄົມຊາວ AAPI ແມ່ນບຸລິມະສິດອັນໜຶ່ງ.

        ໃນຂະນະນັ້ນ, ທ່ານ John Yang ຫົວໜ້າກຸ່ມຊຸກຍູ້ຄວາມຍຸຕິທຳ ຊາວ ອາເມລິກາ ເຊື້ອຊາດ ອາຊີ (AAJC) ໃຫ້ຮູ້ວ່າ ກຸ່ມຂອງທ່ານຕີລາຄາສູງ ຄວາມສຸມຈິດສຸມໃສ່ຢ່າງຕໍ່ເນື່ອງ ແລະ ບັນດາຂໍ້ລິເລີ່ມຈາກ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ແລະ ເນັ້ນໜັກວ່າ ບັນດາຂໍ້ລິເລີ່ມນັ້ນ ຈະປະກອບສ່ວນເຂົ້າໃນການບັນລຸໄດ້ “ຄວາມຍຸຕິທໍາກ່ຽວກັບເຊື້ອຊາດໃນຍາວນານ”.


ຕອບກັບ

ຂ່າວ/ບົດ​ອື່ນ