ອັງ​ກິດ ຄາດ​ວ່າ​ຈະ​ສັກ​ວັກ​ຊິນກ​ັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່​ຜູ້​ຢູ​່​ໃນ​ເກ່ນ​ອາ​ຍຸ 16 ປີ

(VOVWORLD) -        ຜູ້ຄົນທີ່ມີອາຍຸແຕ່ 16 – 17 ປີ ໄດ້ຮັບການສົ່ງເສີມໃຫ້ສັກວັກຊິນ Pfizer ຫຼື Moderna, ຕາມຄຳແນະນຳກ່ຽວກັບການສັກວັກຊິນໃຫ້ແກ່ໄວໜຸ່ມຢູ່ ອັງກິດ. 
ອັງ​ກິດ ຄາດ​ວ່າ​ຈະ​ສັກ​ວັກ​ຊິນກ​ັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່​ຜູ້​ຢູ​່​ໃນ​ເກ່ນ​ອາ​ຍຸ 16 ປີ - ảnh 1(ພາບປະກອບ: Getty)

ຊາວໜຸ່ມ, ເຍົາວະຊົນປະມານ 1,4 ລ້ານຄົນ ຢູ່ໃນເກ່ນອາຍຸ 16 – 17 ປີ ໃນທົ່ວປະເທດ ອັງກິດ ຄາດວ່າຈະໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 ພາຍຫຼັງທີ່ລັດຖະບານໄດ້ຮັບຄຳປຶກສາຈາກບັນດານັກວິທະຍາສາດ.

        ຜູ້ຄົນທີ່ມີອາຍຸແຕ່ 16 – 17 ປີ ໄດ້ຮັບການສົ່ງເສີມໃຫ້ສັກວັກຊິນ Pfizer ຫຼື Moderna, ຕາມຄຳແນະນຳກ່ຽວກັບການສັກວັກຊິນໃຫ້ແກ່ໄວໜຸ່ມຢູ່ ອັງກິດ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ຍັງບໍ່ຮູ້ວັນເວລາລະອຽດ ທີ່ຈະດຳເນີນການສັກວັກຊິນໃຫ້ແກ່ກຸ່ມເປົ້າໝາຍດັ່ງກ່າວ.

        ໃນຂະນະນັ້ນ, ຄາດວ່າ ຮອດກາງເດືອນກັນຍານີ້, ບັນດາຜູ້ທີ່ຮອດກະສຽນອາຍຸທັງໝົດຢູ່ ອັງກິດ ຈະໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ເຂັມ.


 

ຕອບກັບ

ຂ່າວ/ບົດ​ອື່ນ