ອັດກອງປະຊຸມຄັ້ງທີ8ຄະນະບໍລິຫານງານສູນກາງພັກຊຸດທີ11

ອັດກອງປະຊຸມຄັ້ງທີ8ຄະນະບໍລິຫານງານສູນກາງພັກຊຸດທີ11 - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ສະຫລຸບກອງປະຊຸມ
ພາບ:dantri.vn


(vovworld)- ​ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ໄດ້​ອັດ​ລົງ​ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 10 ວັນ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ຢືນຢັນ​ວ່າ: ບັນດາ​ລັດຖະນະ​ໂຍບາຍ​​ໂດຍສູ​ນ​ກາງທີ່ວາງ​ອອກ​ໃນ​ຄັ້ງ​ນີ້​ລ້ວ​ນ​ແຕ່​ສຳຄັນ, ມີ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫລວງ​ເຖິງ​ການ​ປະຕິບັດ​ຫນ້າ​ທີ່​ພັດທະນາ​ເສດ​ຖະກິດ​ສັງຄົມ, ປັບປຸງການ​ສຶກສາ​ບຳລຸງ​ສ້າງ, ກໍ່ສ້າງ​ພັກ, ສ້າງ​ລັດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພັດທະນາ​ຂອງ​ປະ​ເທດ​ຊາດ.​ເມື່ອ​ເຕື້ອງ​ເຖິງ​ການ​ກຳນົດ​ທິດ, ວາງ​ຄາດໝາຍ​ຫນ້າ​ທີ່, ມາດ​ຕະການ​ຕົ້ນຕໍ​​ໃຫ້​ແກ່​ປີ 2014 ​ແລະ 2015, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ເນັ້ນ​ຫນັກ​ວ່າ:

        “​ໃນ​ສອງ​ປີ​ທີ່​ຍັງ​ເຫລືອ​ຂອງ​ຊຸດທີ 11 (2014-2015) ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ​ເພ່ອປະຕິບັດ​ຈຸດໝາຍ: ສືບ​ຕໍ່​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ແກ້ງ​ແຍ້​ງບົນ​ພື້ນຖານ​ຍູ້​ແຮງ​ການ​ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ຕິດ​ພັນ​ກັບ​ການ​ປ່ຽນ​​ໃຫມ່​ຮູບ​ແບບ​ຈະ​ເລີ​ນ​ເຕີບ​ໂຕ, ສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖ​ະກິດ​ຄືນ​ໃຫມ່, ຮັບປະກັນ​ສະຫວັດດີ​ການ ​ແລະ ຮັບປະກັນ​ຊີວິດ​ສັງຄົມ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່.”

        ກ່ຽວ​ກັບ​ຈຸດໝາຍ​ປ່ຽນ​ໃຫມ່​ການ​ສຶກສາ​ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານ, ສູນ​ກາງ​ໄດ້​ຊີ້​ແຈ້ງວ່າ ຕ້ອງ​ສ້າງ​ການ​ຫັນປ່ຽນ​ກ່ຽວ​ກັບ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ສຶກສາ​ບຳລຸງ​ສ້າງ​ໂດຍ​ພື້ນຖານ. ຕ້ອງ​ຫັນລະບົບ​ການ​ສຶກສາ​ບຳລຸງ​ສ້າງ​ເປັນ​ທັນ​ສະ​ໄຫມ, ​ເປັນ​ບັນຫາ​ຂອງ​ສັງຄົມ, ປະຊາທິປະ​ໄຕ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ກ່ຽວ​ກັບ​ບັນຫາ​ສ້າງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໃຫ້​ສົມ​ບູນ​ແບບ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ: ​ເນື້ອ​ໃນ​ຮ່າງ​ລັດຖະທຳ​ມະນູນ​ສ່ອງ​​​ແສງ​ໄດ້​ເຈດ​ຈຳ​ນົງ ​ແລະ ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ແລະ ທ່ົວ​ປວງ​ຊົນ​ທັງ​ຊາດ, ສະ​ແດງ​​ໃຫ້​ເຫັນ​​ເນື້ອ​ແທ້​ປະຊາທິປະ​ໄຕ, ຄວາມ​ກ້າວຫນ້າ​ຂອງ​ລັດ ​ແລະ​ລະບອບ ຫວຽດນາມ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ຢ່າງ​ຈະ​ແຈ້ງ ​ແລະ​ຄົບ​ຖ້ວນ.

 

ຂ່າວ/ບົດ​ອື່ນ