ອັດກອງປະຊຸມສຸດຍອດຄັ້ງທີ17ຂະບວນການບໍ່ຮ່ວມກຸ່ມ

ອັດກອງປະຊຸມສຸດຍອດຄັ້ງທີ17ຂະບວນການບໍ່ຮ່ວມກຸ່ມ - ảnh 1
ະ​ທາ​ນາ​ທິ​ບໍ​ດີ Venezuela Nicolas Maduro ​ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ພາຍຫຼັງ​ກອງ​ປະ​ຊຸມ 
(ພາບ: AFP/TTXVN)

(vovworld) -​ຕອນ​ຄ່ຳ​ວັນ​ທີ 18/9, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 17 ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ​ໄດ​້​ອັດ​ລົງ​ຢູ່​ເກາະ Margarita, ປະ​ເທດ Venezuala. ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​ສຸດ​ທ້າຍ​ຍົກ​ອອກຫຼັກ​ໝັ້ນ​ລວ​ມ​ຂອງ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ, ​ເຊ​ີດ​ຊູ​ລັດ​ທິຫຼາຍ​ຝ່າຍ, ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ບັນ​ດາຫຼັກ​ການ​ພື້ນ​ຖານ​ກ່ຽວ​ກັບ​ການ​ເຄົາ​ລົບ​ອະ​ທິ​ປະ​ໄຕ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ຕ່າງໆ, ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ, ຊຸກ​ຍູ້​ການ​ຫລຸດ​ຜ່ອນ​ອາ​ວຸດ, ພິ​ເສດ​ແມ່ນ​ອາ​ວຸດ​ນິວ​ເຄຍ, ຕັດ​ສິນ​ໃຈ​ຕ້ານ​ການກໍ່​ການ​ຮ້າຍ, ຊ​ຸກ​ຍູ້​ວິ​ວັດ​ທະ​ນາ​ການ​ປ​ະ​ຕ​ິ​ຮູບ ສ​ປ​ຊ. ນອກ​ຈາກນັ້ນ, ເອ​ກະ​ສານກໍ່​ຮຽກ​ຮ້ອງ​ເລື່ອງ​ປະ​ຕິ​ບັດ​ສັນ​ຍາ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕ້ອງ​ປະ​ຕ​ິ​ບັດ​ຕາມຫຼັກ​ການ​ຍຸ​ຕິ​ທຳ, ມີ​ຄວາມ​ຮັບ​ຜິດ​ຊອບ​ລວມ ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ່​ຄື​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ມີ​ບາດ​ກ້າວ​ລະ​ອຽດ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ລະ​ດົມ​ຈຳ​ນວນ​ເງິນ 100 ຕື້ USD ກ່ອນ​ປີ 2020, ປະ​ກອບ​ສ່ວນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຢັ້ງ​ຢືນ​ຄວາມ​ສຳ​ຄັນ​ຂອງ​ການ​ຄ​ຸ້ມ​ຄອງ​ບັນ​ດາ​ປະ​ເທດ​ສັງ​ລວມ ແລະ ນຳ​ໃຊ້​ແຫຼ່ງ​ນ້ຳ​ໃຫ້​ຍືນ​ຍົງ… ກ່ຽວ​ກັບ​ບັ​ນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ເອ​ກະ​ສານ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ແກ້​ໄຂ​ການ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້​ກຳ​ລ​ັງ​ອາ​ວຸດ, ປະ​ຕິ​ບັດ​ການ​ຄວບ​ຄ​ຸມ, ສະ​ໜັບ​ສະ​ໜູ​ນ​ບັນ​ດາຫຼັກ​ການ​ຂອງ​ຖະ​ແໜງ​ການ​​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕ​າ​ເວັນອອກ (DOC), ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982), ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ຕ​ຄວາມ​ເສ​ລ​ີ​ໃນ​ການ​ເດີນ​ເຮືອ, ການ​ບິນ​ເໝາະ​ສົມ​ກັບ​ບັນ​ດາຫຼ​ັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ, ອາ​ຊຽນ ແລະ ຈີນ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ DOC ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.


ຂ່າວ/ບົດ​ອື່ນ