ອັດກອງປະຊຸມສຸດຍອດ ຄວາມໝັ້ນຄົງ, ປອດໄພ ນິວເຄຼຍຄັ້ງທີ 3

ອັດກອງປະຊຸມສຸດຍອດ ຄວາມໝັ້ນຄົງ, ປອດໄພ ນິວເຄຼຍຄັ້ງທີ 3 - ảnh 1
ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ
(ພາບ: VGP/Nhật Bắc)

(vovworld) – ຕອນ​ຄຳ່​ວັນ​ທີ 25/3, ຕາມ​ເວລາ ຫວຽດນາມ, ຢູ່​ສູນ​ຈັດ​ຕັ້ງກອງ​ປະຊຸມ​ເວທີ​ປາ​ໄສ​ໂລກ ລາ​ໄຮ ( ​ໂຮ​ນລັງ), ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ, ປອດ​ໄພ​ນິວ​ເຄຼຍຄັ້ງ​ທີ 3 ​ຖືກ​ອັດ​ລົງ​ດ້ວຍ​ເລື່ອງ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ. ບັນດາ​ການ​ນຳ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຮັບ​ຮູ້​ບັນດາ​ຄຳ​ໝັ້ນ​ສັນຍາ​​ເກືອບ​ທັງ​ໝົດໂດຍ​ບັນດາ​ສະມາຊິກ​ຍົກ​ອອກ​ມາ​ທີ່ບັນດາກອງ​ປະຊຸມຄັ້ງ​ກ່ອນລ້ວນ​ແຕ່​ໄດ້​ຮັບ​ການ​ປະຕິບັດ. ບັນດາ​ປະ​ເທດ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ກ່ຽວ​ກັບ​ບັນຫາ​ຈຸດໝາຍ​ລວມປອດ​ອາວຸດ​ນິວ​ເຄຼຍ, ບໍ່​ແຜ່​ຂະຫຍາຍ​ນິວ​ເຄຼຍ ​ແລະ ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ, ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ ປອດ​ໄພດ້ານ​ນິວ​ເຄຼຍ, ຫລຸດຜ່ອນ​ໄພ​​ກໍ່​ການ​ຮ້າຍ, ຍົກ​ສູງ​ຄວາມ​ຮັບຜິດ​ຊອບ​​ໂດຍພື້ນຖານ​ຂອງ​ບັນດາ​ປະ​ເທດ​ໃນ​ການ​ຮັບ​ປະກັນ​ຄວາມ​ໝັ້ນຄົງ ປອດ​ໄພ​ດ້ານ​ນິວ​ເຄຼຍ. ອາ​ເມ​ລິ​ກາ​ຈະ​ແມ່ນ​ປະ​ເທດ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ, ປອດ​ໄພ​ນິວ​ເຄຼຍຄັ້ງ​ທີ 4.

    ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ທຸກ​ການ​ເຄື່ອ​ນ​ໄຫວ​ຂອງ​​ໂຄງການ​ດຳ​ເນີນ​ງານ. ພິ​ເສດ, ບົດ​ປະກອບ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ ກໍ່​ຄື​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໃນ​ວາລະ​ປຶກສາ​ຫາລື​ຕ່າງໆ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ, ​ໄດ້​ຮັບ​ຄວາມ​ເຫັນ​ດີ ​ແລະ ການ​ຕີ​ລາຄາ​ສູງ​ຂອງ​ບັນດາ​ການ​ນຳ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ຜ່ານ​ນັ້ນ, ສະ​ແດງ​ບົດບາດ​ຂອງ​ຫວຽດນາມ ດ້ວຍ​ຖານະ​​ເປັນສະມາຊິກທີ່​ມີ​ຄວາມ​ຮັບຜິດ​ຊອບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ປະກອບ​ສ່ວນ​ເຂົ້າ​​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ມວນມະນຸດ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາ​ມໝັ້ນຄົງ​ນິ​ວ​ເຄຼຍ.

    ກ່ອນ​ໜ້າ​ນັ້ນ, ​ໃນ​ຂອບ​ເຂດ​​ແຜນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ, ປອດ​ໄພ​ນິວ​ເຄຼຍຄັ້ງ​ທີ 3, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ດຳ​ເນີນ​ການ​ພົບ​ປະ 2 ຝ່າຍກັບ​ບັນດາ​ການ​ນຳ​ບາງ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ​ໃນ​ນັ້ນ​ມີ​ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີ​ຊຽນຫຼູງ​​, ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel, ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Muhyiddin Yassin.

    ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ກໍ່​ມີ​ການ​ພົບ​ປະ​ກັບ​ປະທານ​ຄະນະ​ກຳມະການ​ເອີ​ລົບ ( EC) Jose Manuel Barroso. 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ວິວັດທະນາ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA). 2 ຝ່າຍ​ລ້ວນ​ແຕ່​ສຸ​ມ​ໃສ່​ແຫຼ່ງກຳລັງ​ເພື່ອ​ອາດ​ສາມາດສຳ​ເລັດ​ການ​​ເຈລະຈາ ກ່ອນ​ທີ່​ຈັດ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປ​າ​ໄສ​ຮ່ວມ​ມື ອາຊີ - ​ເອີ​ລົບ ຄັ້ງ​ທີ 10 (ASEM – 10) ​ໃນ​ເດືອນ 10 ຈະ​ມາ​ເຖິງກໍ່​ຄື​ຈຸດໝາຍ​ເຊິ່ງ 2 ຝ່າ​ຍປາດ​ຖະໜາ.


ຂ່າວ/ບົດ​ອື່ນ