ອັດກອງປະຊຸມສຸດຍອດ EU

ວັນ​ທີ 9/12, ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ ຫລື​ອີ​ຢູ​ໄດ້​ອັດ​ລົງ, ບັນດາ​ການ​ນຳ​ໃນ​ພາກ​ພື້ນ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ ກັບ​ບັນດາ​ຫລັກການ​ທີ່​ເຂັ້ມງວດ​ກ່ວາ ກ່ຽວ​ກັບ​ດ້ານ​ງົບປະມານ​ສຳລັບ​ເຂດ​ໃຊ້​ສະກູນ​ເງິນ​ເອີ​ໂຣ ​ແຕ່​ບໍ່​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຂໍ້​ສະ​ເໜີ​ຂອງ​ຝະລັ່ງ ​ແລະ​ເຢັຍລະ​ມັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປັບປຸງ​ສົນທິສັນຍາ Lisbon. ​ແທນ​ໃຫ້​ນັ້ນ, ບັນດາ​ການ​ນຳ​ໄດ້​ຕົກລົງ​ຮຽບ​ຮຽງ “ສົນທິສັນຍາ​ການ​ເງິນ” ສະບັບ​ໜື່ງ ອີງ​ບົນ​ສົນທິສັນຍາລະຫວ່າງ​ລັດຖະບານ, ພຽງ​ແຕ່​ນຳ​ໃຊ້​ໃຫ້​ແກ່ເຂດ​ໃຊ້​ສະກູນ​ເງິນ​ເອີ​ໂຣ ຫລື eurozone ​ແລະ​ບັນດາ​ປະ​ເທດ​ເຂົ້າຮ່ວມ​ສົນທິສັນຍາ​ນີ້. “ສົນທິສັນຍາ​ການ​ເງິນ” ສະບັບ​ໃໝ່​ຖືກ​ຖື​ວ່າ​ແມ່ນ “ຫລັກການ​ທີ່​ດີ” ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ລະບຽບ​ການ​ກ່ຽວ​ກັບ​ງົບປະມານ ດ້ວຍ​ຈຸດໝາຍ​ຫລີກ​ເວັ້ນການ​ເກີດ​ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ​ຄືນ​ໃໝ່.
ຂ່າວ/ບົດ​ອື່ນ