ອິດສະຣາແອນເລີ່ມລົງມືກໍ່ສ້າງຮົ້ວລຽບຕາມເຂດຊາຍແດນຕິດກັບຈໍແດນ

ອິດສະຣາແອນເລີ່ມລົງມືກໍ່ສ້າງຮົ້ວລຽບຕາມເຂດຊາຍແດນຕິດກັບຈໍແດນ - ảnh 1
(ພາບ​ປະ​ກອບ)

(vovworld) –​ ອິດ​ສະ​ຣາ​ແອນ ຫາ​ກໍ​ແຈ້ງ​ໃຫ້​ຊາບ​ວ່າ ປະ​ເທດນ​ີ້ ໄດ້​ເລີ່ມລົງ​ມືກໍ່​ສ້າງ​ຮົ້ວ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລຽບ​ຕາມ​ເ​ສັ້ດ​ຊາຍ​ແດນ​ລະ​ຫວ່າງ ອິດ​ສະ​ຣາ​ແອນ - ຈໍ​ແດນ, ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດ​ໝາຍ ກໍ​ຄື​ພວກ​ກະ​ບົດ. ຮົ້ວ​ໃໝ່​ນີ້​ຈະ​ອີງ​ຕາມ “ຮູບ​ແບບ​ລະ​ບົບ​ຮົ້ວ​ທີ່​ໄດ້​ຮັບ​ການກໍ່​ສ້າງ​ລຽບ​ຕາມ​ເ​ສັ້ດ​ຊາຍ​ແດນ​​ທີ່​ຕິດກັບ​ອີ​ຢິບ ແລະ ​ພູ​ພຽງ Golan, ລວ​ມມີ​ທາງ​ຄົມ​ມະ​ນາ​ຄົມ, ປ້ອມສັງ​ເກດ​ການ, ຫ້ອງ​ບໍ​ລິ​ຫານ, ພ້ອມ​ກັບ​ບັນ​ດາ​ພະ​ຫະ​ນະ​ທັນ​ສະ​ໄໝ​ອື່ນໆ”. ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິດ​ສ​ະຣາ​ແອນ Arielle Heffez ໃຫ້​ຮູ້​ວ່າ, ຮົ້ວ​ໃໝ່​ນີ້​ມີ​ໜ້າ​ທີ່​ປົກ​ປ້ອງ​​ປະ​ຊ​າ​ຊົນ​ອິດ​ສະ​ຣາ​ແອນ ຕໍ່​ໜ້າ​ບັນ​ດາ​ໄພ​ນາບ​ຂູ່​​ດ້ານ​ຄວາມ​ສະ​ຫງົບ​ທີ່​ມາຈາກ​ຈໍ​ແດນ.

ຂ່າວ/ບົດ​ອື່ນ